ກອງປະຊຸມສຳມະນາ “ນະໂຍບາຍ ແລະແຫຼ່ງກຳລັງສຳລັບການພັດທະນາສະຖາບັນວັດທະນະທຳ, ກິລາ” ໄດ້ດໍາເນີນໃນວັນທີ 12 ພຶດສະພາ, ຢູ່ແຂວງກວາງນິງ. ຜູ້ແທນເຂົ້າຮ່ວມກວ່າ 300 ຄົນທີ່ຕາງໜ້າໃຫ້ບັນດາອົງການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພ້ອມດ້ວຍການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງ. ກອງປະຊຸມສຳມະນາ ໄດ້ເຕື້ອງເຖິງບາງບັນຫາສະຖານະການການເມືອງ, ມີຄວາມສຳຄັນທີ່ສຸດ, ເພື່ອຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກກອມມູນິດຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ, ກິລາໃຫ້ລະອຽດ.

ກອງປະຊຸມສຳມະນາ ກໍ່ສະໜອງຫຼັກຖານວິທະຍາສາດເພື່ອຮັບໃຊ້ຂັ້ນຕອນໃນການສ້າງກົດໝາຍ ແລະການຕິດຕາມກວດກາປະຕິບັດກົດໝາຍຂອງສະພາແຫ່ງຊາດຕໍ່ກັບຂົງເຂດທີ່ມີຄວາມສຳຄັນທີ່ສຸດ, ກຳລັງສຸມບຸລິມະສິດໃຫ້ແກ່ການພັດທະນາ.

ຫັນແຜນນະໂຍບາຍກ່ຽວກັບສິດຊົມໃຊ້  ແລະເຂົ້າເຖິງບັນດາຄຸນຄ່າວັດທະນະທຳ ເປັນລະບອບລະບຽບການ

ຜ່ານກິດຈະການປ່ຽນແປງໃໝ່ເປັນເວລາເກືອບ 40 ປີ, ນັບແຕ່ວັດທະນະທຳ, ກິລາວົງແຄບ, ໂດດດ່ຽວ, ຂາດການເຊື່ອມຕໍ່, ຫວຽດນາມ ໄດ້ສ້າງສາ ແລະພັດທະນາລະບົບ, ສະຖາບັນວັດທະນະທຳ, ກິລາຮອບດ້ານ ແລະຄົບຊຸດພໍສົມຄວນ, ທົ່ວເຖິງແຕ່ຂັ້ນສູນກາງຈົນຮອດຮາກຖານ, ແຕ່ຕົວເມືອງຈົນຮອດເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະທະເລ.

ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການໄດ້ຫັນບັນດາແຜນນະໂຍບາຍ, ທັດທະນະໃຫຍ່ຂອງພັກກອມມູນິດຫວຽດນາມ, ກົດໝາຍຂອງ ລັດ ວ່າດ້ວຍການຊົມໃຊ້ ແລະເຂົ້າເຖິງຄຸນຄ່າວັດທະນະທຳເປັນລະບອບລະບຽບການເທື່ອລະກ້າວ.

leftcenterrightdel
ບັນດາຊ່ຽວຊານ, ນັກຮຽນຮູ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການຄຸ້ມຄອງ, ນຳໃຊ້ ແລະຂຸດຄົ້ນສະຖາບັນວັດທະນະທຳ, ກິລາ. ພາບ: dangcongsan.vn

ປະຈຸບັນ, ການວາງແຜນຜັງເຄືອຂ່າຍສະຖາບັນວັດທະນະທຳ ແລະກິລາ ໄລຍະ 2021-2030, ວິໄສທັດເຖິງປີ 2045 ກຳລັງຍືນສະເໜີໃຫ້ອົງການທີ່ມີສິດອຳນາດປະກາດໃຊ້. ຫຼາຍການວາງແຜນຜັງສືບຕໍ່ໄດ້ຮັບການເພີ່ມເຕີມ, ປະມວນໃນລະບົບການວາງແຜນຜັງຂອງຂະແໜງວັດທະນະທຳ, ກິລາ, ບັນດາແຜນຜັງສັງລວມແຫ່ງຊາດ, ການວາງແຜນຜັງເຂດ, ການວາງແຜນຜັງແຂວງ, ປະຈຸບັນ, ທົ່ວປະເທດມີຈຳນວນ 42 ແຂວງ, ນະຄອນໄດ້ວາງແຜນຜັງທີ່ດິນເພື່ອສ້າງສະຖາບັນວັດທະນະທຳ, ກິລາ.

ລະບົບຫໍສະໝຸດ, ສູນວາງສະແດງວັດທະນະທຳສິລະປະ, ສູນສະແດງສິລະປະ, ຫໍພິພິທະພັນ, ໂຮງສາຍຮູບເງົາ, ໂຮງລະຄອນ, ສູນຝຶກແອບກິລາ, ເດີນແຂ່ງຂັນກິລາ, ຫ້ອງຝຶກແອບ... ໄດ້ຮັບຄວາມເອົາໃຈໃສ່ກໍ່ສ້າງນັບມື້ນັບໃຫຍ່ໂຕສວຍງາມ; ແລະພວມສືບຕໍ່ຍົກລະດັບໃຫ້ທັນສະໄໝກວ່າ, ບາງສະຖາບັນເກືອບບັນລຸມາດຕະຖານສາກົນ.

ໄລ່ຮອດເດືອນມີນາ ປີນີ້, ຫວຽດນາມ ມີຈຳນວນ 66 ສະຖາບັນວັດທະນະທຳຂັ້ນແຂວງ (ສູນວັດທະນະທຳ, ສູນວັດທະນະທຳສິລະປະ, ສູນວັດທະນະທຳ-ຮູບເງົາ,...); 98% ເມືອງທີ່ມີສູນວັດທະນະທຳ-ກິລາ ຫຼືຫໍວັດທະນະທຳ; ເກືອບ 78% ຕາແສງ, ເທດສະບານມີສູນວັດທະນະທໍາ-ກິລາ... ງົບປະມານລັດລົງທຶນກໍ່ສ້າງສະຖາບັນວັດທະນະທຳ, ກິລາ ສ່ວນຫຼາຍໄດ້ຮັບຮອງເອົາໃນລາຍການເພີ່ມເຕີມທີ່ມີເປົ້າໝາຍ, ລາຍການເປົ້າໝາຍແຫ່ງຊາດ.

ບັນດາຈຸດພົ້ນເດັ່ນຈຸດສຸມກ່ຽວກັບນະໂຍບາຍ ແລະແຫຼ່ງກຳລັງໃນໄລຍະຈະມາເຖິງ

ສະຖາບັນວັດທະນະທຳ, ກິລາ ຕ້ອງຖືວ່າແມ່ນພາກສ່ວນສຳຄັນທີ່ສຸດຂອງສະຖາບັນທີ່ກ່ຽວຂ້ອງເຖິງພື້ນຖານໂຄງລ່າງສັງຄົມ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສຸມໃສ່ 5 ກຸ່ມບັນຫາ ເພື່ອພັດທະນາສະຖາບັນວັດທະນະທຳ ແລະກິລາ ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ. ກ່ຽວກັບນະໂຍບາຍໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໃຫ້ຮູ້ວ່າ “ການຄົ້ນຄວ້າປັບປຸງນະໂຍບາຍລົງທຶນພັດທະນາ ແລະເຄື່ອນໄຫວລະບົບສະຖາບັນວັດທະນະທຳ, ກິລາ, ລວມມີນະໂຍບາຍລົງທຶນສາທາລະນະ, ນະໂຍບາຍລົງທຶນຕາມຮູບແບບຄູ່ຮ່ວມມືພາກລັດ-ພາກເອກະຊົນ ແລະນະໂຍບາຍບຸລິມະສິດ, ໜູນຊ່ວຍການລົງທຶນ, ໂດຍສະເພາະແມ່ນທີ່ດິນ, ອາກອນ, ສິນເຊື່ອໃນການສ້າງຮາກຖານວັດທະນະທຳ, ກິລາເພື່ອສົ່ງເສີມບັນດາພາກສ່ວນເສດຖະກິດເຂົ້າຮ່ວມລົງທຶນພັດທະນາ”.

ການວາງແຜນຜັງສະຖາບັນວັດທະນະທຳ, ກິລາ ຈະໄດ້ປັບປຸງຕາມທິດຄົບຊຸດທັນສະໄໝ, ມີສີສັນ, ມີປະສິດທິຜົນ, ຮັບປະກັນຄວາມສະເໝີພາບ ແລະຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ທີ່ດິນສຳລັບກໍ່ສ້າງວັດທະນະທຳ, ກິລາ ໄດ້ຈັດສັນຢູ່ບ່ອນສະດວກ, ເໝາະສົມກັບເງື່ອນໄຂຕົວຈິງ.

ບັນດາອົງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ກໍ່ສ້າງ, ພັດທະນາສະຖາບັນວັດທະນະທຳ, ກິລາໃຫ້ຊາວໜຸ່ມ, ເດັກນ້ອຍ, ຜູ້ອອກແຮງງານ, ຄົນພິການ, ຜູ້ອາຍຸສູງ. ນອກຈາກນັ້ນ, ການສ້າງນະໂຍບາຍບຸລິມະສິດຢູ່ເຂດພູດອຍ, ທະເລໝູ່ເກາະ, ຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນນ້ອຍກໍ່ໄດ້ເອົາໃຈໃສ່.

ນະໂຍບາຍ ແລະແຫຼ່ງກຳລັງສຳລັບການພັດທະນາສະຖາບັນວັດທະນະທຳ, ກິລາ ໄດ້ເອົາໃຈໃສ່ຢ່າງຖືກຕ້ອງ, ບໍ່ພຽງແຕ່ຮັບປະກັນການຊົມໃຊ້ ແລະເຂົ້າເຖິງຄຸນຄ່າວັດທະນະທຳ, ກິລາຂອງປະຊາຊົນເທົ່ານັ້ນ ຫາກຍັງແມ່ນກຳລັງໜູນເພື່ອພັດທະນາເສດຖະກິດຂອງປະເທດຊາດ.

ໂດຍ: ແສງເດືອນ