ຕອນເຊົ້າວັນທີ 24 ກຸມພາ, ຢູ່ວັດ ເຟິດຕິກ ທີ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດບຸນວັນເພັງເດືອນຈຽງ ເຊິ່ງແມ່ນມູນເຊື້ອວັດທະນະທຳທີ່ຂາດບໍ່ໄດ້ຂອງຊາວຫວຽດນາມ ໃນຊຸມວັນຕົ້ນລະດູບານໃໝ່.

leftcenterrightdel
ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມຢູ່ເຢັນເປັນສຸກຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍພາຍໃຕ້ການແນະນຳຂອງພະອາຈານ ທິກມິງກ້ວາງ, ເຈົ້າອາວາດວັດ ເຟິດຕິກ, ບັນດາພະສົງສາມະເນັນ, ພຸດທະສາສະນິກກະຊົນ ໄດ້ພ້ອມກັນທຳພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນັນ, ພຸດທະສາສະນິກກະຊົນທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດຫວຽດນາມ ແລະລາວ ເວົ້າສະເພາະ ປະສົບແຕ່ຄວາມໂຊກດີໃນປີ 2024. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພຸດທະສາສະນິກກະຊົນ ເສີມຂະຫຍາຍນ້ຳໃຈເມຕາ, ສາມັກຄີກັນກວ່າອີກ ແລະສືບຕໍ່ໜູນຊ່ວຍວຽກງານພຸດທະສາສະໜາຂອງວັດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ພາຍຫຼັງພິທີ, ບັນດາພຸດທະສາສະນິກກະຊົນ ແລະຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານອາຫານເຈໂດຍວັດປຸ້ງແຕ່ງເອງ.

ໂດຍ: ທະນາພອນ