leftcenterrightdel
ທ່ານ ດິງຫງອັກລິງ ເອກອັກຄະລັດຖະທູດຫວຽດນາມ (ຜູ້ທີ 2 ເບື້ອງຂວາ) ພ້ອມກັບຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ຮ້ານວາງສະແດງອາຫານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນລະຫວ່າງວັນທີ 28-30 ມິຖຸນາ, ສະມາຄົມມິດຕະພາບມາເລເຊຍ-ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດອາຫານ IFOOD EXPO 2024 ຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ. ນີ້ແມ່ນງານຕະຫຼາດນັດອາຫານ, ເຄື່ອງດື່ມຂະໜາດໃຫຍ່ຢູ່ມາເລເຊຍ, ແມ່ນສະຖານທີ່ພົບປະຂອງບັນດາວິສາຫະກິດ ແລະຊອກຫາຜູ້ແຈກຢາຍຢູ່ພາຍໃນ ແລະຕ່າງປະເທດ.

ໂດຍແມ່ນຜູ້ຕາງໜ້າຕ່າງປະເທດດຽວທີ່ເຂົ້າຮ່ວມງານຕະຫຼາດນັດ, ສະມາຄົມມິດຕະພາບ ມາເລເຊຍ-ຫວຽດນາມ ໄດ້ຈັດຕັ້ງ 10 ຮ້ານແນະນຳອາຫານພື້ນເມືອງຂອງຫວຽດນາມ, ຄື: ເຝີ, ເຂົ້າຈີ່, ແນມ, ກາເຟ... ດຶງດູດນັກທ່ອງທ່ຽວມາຊົມເປັນຈຳນວນຫຼວງຫຼາຍ. ຄຽງຂ້າງນັ້ນ, ຍັງມີອາຫານຫຼາຍເຍື່ອງຂອງຫວຽດນາມ, ຄື: ໝີ່ສຳເລັດຮູບ, ເສັ້ນເຝີແຫ້ງ, ກາເຟ, ນໍ້າຈືດ...ໄດ້ວາງຂາຍຢູ່ທີ່ນີ້.

ຜ່ານງານຕະຫຼາດນັດ, ຄະນະຈັດຕັ້ງປາດຖະໜາຢາກເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບວັດທະນະທໍາ ກໍ່ຄືຄວາມອຸດົມສົມບູນຂອງອາຫານຫວຽດນາມ, ປະກອບສ່ວນຮັດແໜ້ນສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະມາເລເຊຍ ເມື່ອສອງປະເທດຜ່ານເຄິ່ງສະຕະວັດແຫ່ງການສ້າງຕັ້ງ.

ໂດຍ: ເຈິ່ນຮວ່ຽນ