leftcenterrightdel
ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”. ພາບ: vov.vn

ຈຸດພົ້ນເດັ່ນຂອງງານບຸນ ແມ່ນລາຍການສະແດງສິລະປະພິເສດ ເພື່ອໄຂງານບຸນໃນຕອນຄ່ຳວັນທີ 6 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຢູ່ພາຍໃນປະເທດ ແລະ ສາກົນ. ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະ ໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງ ທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງອະດີດ ກັບອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ. ທ່ານກ່າວວ່າ: "ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”. ພວກຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມສາມັກຄີ, ສາມັກຄີ ຈະແມ່ນຄຸນຄ່າໃຫຍ່ຫຼວງທີ່ສຸດ ແລະແທ້ຈິງທີ່ສຸດ. ທີສອງແມ່ນສ້າງສາ, ພວກເຮົາພ້ອມກັນປະກອບສ່ວນ,  ພ້ອມກັນກໍ່ສ້າງໂລກສັນຕິພາບ”

ນອກຈາກນັ້ນແລ້ວ, ລາຍການພົບປະແລກປ່ຽນສະແດງດົນຕີສາກົນ “ທຳນອງດົນຕີສັນຕິພາບ” ຍັງມີການເຂົ້າຮ່ວມຂອງນັກສິລະປິນ ທີ່ມາຈາກບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ຈີນ, ຝລັ່ງ, ອົດສະຕາລີ, ກູບາ, ຟີລິບປິນ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn