leftcenterrightdel
(ສັບປະດາ Festival ສິລະປະສາກົນ ເຫ້ວ 2024. ພາບ: vovworld.vn

ໂດຍໄດ້ຈັດຂຶ້ນແຕ່ວັນທີ 7-12 ມິຖຸນາ, ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ມີການເຄື່ອນໄຫວ, ລາຍການຕົ້ນຕໍ 12 ລາຍການ, ລວມມີ: ພິທີໄຂ; ລາຍການສະແດງສິລະປະໄຂສັບປະດາ; ງານບຸນຖະໜົນ “ສີສັນວັດທະນະທຳ”; ລາຍການສະແດງຂອງບັນດາຄະນະນັກສິລະປະການຢູ່ພາຍໃນ ແລະຕ່າງປະເທດ. ປີນີ້, ສັບປະດາ Festival ສິລະປະສາກົນເຫ້ວ ໄດ້ດຶງດູດເກືອບ 30 ຄະນະນັກສິລະປະກອນ, ທີ່ມາຈາກບັນດາປະເທດ, ຄື: ຝລັ່ງ, ແບນຊິກ, ແອັດສະປາຍ, ການາດາ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ ແລະ ຫວຽດນາມ.

ທ່ານ ຫງວຽນວັນເຟືອງ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ: “ສັບປະດາ Festival ສິລະປະສາກົນ ເຫ້ວ 2024 ສືບຕໍ່ແຜ່ກະຈາຍລັກສະນະປະຊາຄົມ. ໄປພ້ອມກັບບັນດາລາຍການຕົ້ນຕໍ, ຄະນະຈັດຕັ້ງກໍ່ຈັດຫຼາຍລາຍການເປີດ, ງານບຸນທ້ອງຖະໜົນ, ບັນດາເວທີສະແດງປະຊາຄົມ ເພື່ອໃຫ້ບັນດາຄະນະສະແດງສິລະປະທີ່ມາຈາກສາກົນສະແດງຮັບໃຊ້ປະຊາຊົນ; ພ້ອມກັນນັ້ນ, ຢູ່ທ້ອງຖິ່ນຈຳນວນໜຶ່ງໃນແຂວງ ກໍ່ຈັດການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງ ເພື່ອໃຫ້ປະຊາຊົນ ແລະແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບສຽງດົນຕີ, ແສງສີຂອງບັນດາລາຍການສະແດງສິລະປະເປັນເອກະລັກສະເພາະ”.

ແຫຼ່ງຄັດຈາກ: vovworld.vn