ພາຍຫຼັງເກືອບ 1 ອາທິດແຫ່ງການຈັດຕັ້ງ, ຊຸມວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ໄດ້ແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທໍາ, ຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ເຖິງມະຫາຊົນສະຫະພັນລັດເຊຍ ຜ່ານການເຄື່ອນໄຫວສະແດງສິລະປະ, ການສາຍຮູບເງົາ, ງານວາງສະແດງ, ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ນ້ຳໃຈມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ກວ່າອີກ.

ທ່ານ ຫງວຽນວັນຮຸ່ງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ແບ່ງປັນກ່ຽວກັບຜົນສຳເລັດຂອງຊຸມວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ໃນປີ 2024.

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຊຸມວັນວັດທະນະທໍາຫວຽດນາມ ຢູ່ສະຫະພັນລັດເຊຍ ໃນປີ 2024 ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ທ່ານຕີລາຄາຄືແນວໃດກ່ຽວກັບການແຜ່ຂະຫຍາຍຂອງເຫດການນີ້?

leftcenterrightdel
ພິທີເປີດຊຸມວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024. ພາບ: toquoc.vn

ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ: ໃນຂອບເຂດຊຸມວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024, ພວກເຮົາໄດ້ສົມທົບກັບປະເທດເພື່ອນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ. ຜ່ານແຕ່ລະເຫດການທີ່ຈັດຂຶ້ນ, ພວກເຮົາສາມາດເຫັນໄດ້ບັນຍາການເບີກບານມ່ວນຊື່ນ ແລະຄວາມເອົາໃຈໃສ່ຂອງຊາວລັດເຊຍ ທີ່ມີຕໍ່ວັດທະນະທຳຫວຽດນາມ, ເປັນຕົ້ນແມ່ນງານສະແດງສິລະປະຢູ່ Moscow ແລະ Saint Petersburg ແລະໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກຜູ້ຊົມ.

ນອກຈາກຄວາມເອົາໃຈໃສ່ຂອງປະຊາຊົນລັດເຊຍແລ້ວ, ໃນລະດັບການນໍາ, ຊຸມວັນວັດທະນະທໍາຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ກໍ່ແມ່ນປີທໍາອິດທີ່ມີການເຂົ້າຮ່ວມຂອງບັນດາການນໍາຂັ້ນສູງຂອງສະຫະພັນລັດເຊຍ. ໃນນັ້ນ, ທ່ານ Andrey Yatskin ຮອງປະທານຜູ້ທີໜຶ່ງສະພາສະຫະພັນລັດເຊຍ ໄດ້ເຂົ້າຮ່ວມພິທີເປີດໂດຍກົງ ແລະທ່ານ Valentina Matvyenko ປະທານສະພາສະຫະພັນລັດເຊຍ ໄດ້ສົ່ງຈົດໝາຍຊົມເຊີຍຊຸມວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024.

ນອກນີ້, ຢູ່ແຕ່ລະທ້ອງຖິ່ນຈັດຕັ້ງຊຸມວັນວັດທະນະທຳລ້ວນແຕ່ມີການເຂົ້າຮ່ວມຂອງເຈົ້າແຂວງ ແລະການນຳບັນດາທ້ອງຖິ່ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວັດທະນະທຳຂອງພວກເຮົາໄດ້ພັດທະນາຢ່າງແຂງແຮງ, ມີການເຊື່ອມຕໍ່ລະຫວ່າງບັນດາຊົນເຜົ່າ, ມີການພົບປະແລກປ່ຽນ ແລະມີຄວາມເຂົ້າໃຈແຕ່ລະປະເທດ. ຜ່ານນັ້ນ, ພວກເຮົາມີເງື່ອນໄຂເຂົ້າເຖິງບັນດາພື້ນຖານວັດທະນະທຳເພື່ອເພີ່ມເຕີ່ມເຂົ້າໃນວິວັດການພັດທະນາວັດທະນະທຳຫວຽດນາມ.

ຂ້າພະເຈົ້າຫວັງວ່າຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ພວກເຮົາຈະຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາ, ຊ່ວຍເພີ່ມຈຳນວນນັກທ່ອງທ່ຽວລັດເຊຍ ມາຫວຽດນາມ ແລະກົງກັນຂ້າມ, ນັກທ່ອງທ່ຽວຫວຽດນາມ ທີ່ໄປທ່ຽວລັດເຊຍ ກໍ່ຈະເພີ່ມຂຶ້ນຕື່ມອີກ.

leftcenterrightdel
ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືດ້ານກິລາກັບລັດຖະມົນຕີກະຊວງກິລາສະຫະພັນລັດເຊຍ. ພາບ: toquoc.vn

ເນື້ອໃນສຳຄັນໜຶ່ງອີກແມ່ນຜ່ານການເຄື່ອນໄຫວຕ່າງໆຂອງຊຸມວັນວັດທະນະທຳຫວຽດນາມ ຢູ່ລັດເຊຍ, ການນຳຂັ້ນກະຊວງຂອງສອງປະເທດໄດ້ພົບປະກັນ ເພື່ອຫວນຄືນບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານວັດທະນະທຳ, ກິລາລະຫວ່າງສອງປະເທດ. ຈາກນັ້ນ, ປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້ການພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

ນັກຂ່າວ: ໃນທິດທາງຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ແລະກິລາ ລະຫວ່າງສອງປະເທດໃນໄລຍະຈະມາເຖິງ ພວກເຮົາຈະບຸລິມະສິດບັນຫາໃດແດ່, ທ່ານລັດຖະມົນຕີ?

ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ: ກ່ອນອື່ນໝົດ, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ທີ່ໄດ້ສ້າງຕັ້ງ, ພິເສດແມ່ນການປະຕິບັດຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສສ ຫວຽດນາມ - ສະຫະພັນລັດເຊຍ ໃຫ້ເລິກເຊິ່ງກວ່າອີກ, ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin ໃນວັນທີ 20 ມິຖຸນາຜ່ານມາ, ພວກເຮົາຈະສືບຕໍ່ສຸມໃສ່ພັດທະນາການພົວພັນດ້ານວັດທະນະທຳ, ການທ່ອງທ່ຽວ ແລະກິລາລະຫວ່າງສອງປະເທດ.

ສອງຝ່າຍຈະສືບຕໍ່ສຸມໃສ່ຈັດຕັ້ງຊຸມວັນວັດທະນະທຳຫວຽດນາມ ຢູ່ລັດເຊຍ, ຊຸມວັນວັດທະນະທຳລັດເຊຍ ຢູ່ຫວຽດນາມ. ພວກເຮົາຈະຍົກລະດັບກິດຈະກຳນີ້ຂິຶ້ນ, ບໍ່ພຽງແຕ່ຜ່ານການສະແດງ, ແລກປ່ຽນສິລະປະເທົ່ານັ້ນ, ຫາກຍັງຜ່ານສິລະປະເພື່ອໃຫ້ວັດທະນະທຳຂອງພວກເຮົາມີໜ້າຢູ່ທົ່ວທຸກແຫ່ງ, ໃນທຸກຂົງເຂດ ແລະໄດ້ຮັບການໂຄສະນາຢູ່ລັດເຊຍ ຢ່າງກວ້າງຂວາງກວ່າອີກດ້ວຍ.

ຄຽງຂ້າງການຈັດຕັ້ງບັນດາລາຍການສິລະປະ, ພວກເຮົາຍັງຕ້ອງຈັດຕັ້ງກອງປະຊຸມສຳມະນາ, ເວທີປາໄສເພື່ອຍົກລະດັບຄວາມຮູ້, ຊອກຫາມາດຕະການຕ່າງໆເພື່ອສ້າງການພັດທະນາ. ໂດຍອີງຕາມແຕ່ລະຫົວຂໍ້ໃນແຕ່ລະປີ, ສອງງຝ່າຍກໍານົດທິດທາງເປົ້າໝາຍລວມແມ່ນຍູ້ແຮງການພັດທະນາວັດທະນະທຳ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ.

ນັກຂ່າວ: ດັ່ງນັ້ນ, ຂໍທ່ານໃຫ້ຮູ້, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສະຫະພັນລັດເຊຍ ໄດ້ເຫັນດີເປັນເອກະພາບຄືແນວໃດເພື່ອສ້າງຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ?

ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ: ຜ່ານການເຈລະຈາກັບທ່ານນາງລັດຖະມົນຕີກະຊວງວັດທະນະທຳສະຫະພັນລັດເຊຍ, ສອງກະຊວງໄດ້ເຫັນດີເປັນເອກະພາບກ່ຽວກັບວຽກງານຮ່ວມມືທີ່ຈະປະຕິບັດໃນ 5 ປີ, ໃນນັ້ນກໍ່ມີບັນດາແຜນການໃນແຕ່ລະປີ.

ຕາມນັ້ນແລ້ວ, ປີ 2025, ມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສະຫະພັນລັດເຊຍ (1950-2025), ສອງປະເທດຈະສືບຕໍ່ຮັກສາການຈັດຕັ້ງຊຸມວັນວັດທະນະທໍາຢູ່ແຕ່ລະປະເທດ.

ຮອດປີ 2025, ພວກເຮົາຈະພ້ອມກັນຕີລາຄາວ່າ ບັນດາການເຄື່ອນໄຫວຂອງກຸ່ມປະຕິບັດງານໃນຂົງເຂດວັດທະນະທຳ, ກິລາ ແລະທ່ອງທ່ຽວທີ່ບັນລຸໄດ້ໃນປີ, ແກ້ໄຂບັນດາຂໍ້ຄົງຄ້າງ. ພ້ອມທັງ, ຈັດຕັ້ງບັນດາເວທີປາໄສຕາມລັກສະນະຂອງຂະແໜງເພື່ອຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ແລະລັດເຊຍ, ຊອກຫາທັດສະນະລວມ ແລະມີມາດຕະການລະອຽດເພື່ອຮ່ວມມື.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ຈາງຫງວຽນ