leftcenterrightdel
ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ມອບໃບຍ້ອງຍໍໃຫ້ແກ່ຜູ້ຕາງໜ້າບັນດາໝູ່ຄະນະ. ພາບ: qdnd.vn

ດ້ວຍຫົວຂໍ້ “ອະນຸລັກ, ເສີມຂະຫຍາຍ ແລະເຜີຍແຜ່ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າທີ່ມີປະຊາກອນໜ້ອຍທີ່ສຸດ”, ວັນບຸນໄດ້ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ; ເຊີດຊູ, ເສີມຂະຫຍາຍບັນດາຄຸນຄ່າສີສັນວັດທະນະທຳມູນເຊື້ອອັນດີງາມຂອງຊົນເຜົ່າທີ່ມີປະຊາກອນບໍ່ຮອດ 10.000 ຄົນ ແລະ 54 ຊົນເຜົ່າຫວຽດນາມ.

ຄະນະຈັດຕັ້ງ ໄດ້ມອບລາງວັນ A 31 ລາງວັນ, ລາງວັນ B 36 ລາງວັນ ແລະລາງວັນ C 12 ລາງວັນ ໃຫ້ຄະນະດີເດັ່ນໃນເນື້ອໃນ: ເຂດວາງສະແດງ, ແນະນຳຜະລິດຕະພັນວັດທະນະທໍາທີ່ເປັນເອກະລັກສະເພາະ; ງານມະໂຫລານສິລະປະມະຫາຊົນ; ການສະແດງຊຸດອາພອນພື້ນເມືອງຂອງຊົນເຜົ່າ; ໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ 18 ໝູ່ຄະນະທີ່ດີເດັ່ນ ແລະ 5 ບຸກຄົນທີ່ດີເລີດ; ຄະນະກຳມະການປະຊາຊົນແຂວງລາຍເຈົາ ໄດ້ມອບໃບຍ້ອງຍໍໃຫ້ 20 ໝູ່ຄະນະ ແລະ 30 ບຸກຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງ, ປະຕິບັດວັນບຸນ.

ໂດຍ: ໄຊນີດາ