leftcenterrightdel
ຄະນະຂີ່ລົດຖີບເພື່ອໂຄສະນາເສື້ອຍາວ. ພາບ: ດຶກບິ່ງ

ພະນັກງານ, ລັດຖະກອນ, ປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະເພື່ອນມິດສາກົນ 100 ກວ່າຄົນໄດ້ນຸ່ງເສື້ອຍາວເຂົ້າຮ່ວມລາຍການ. ນີ້ແມ່ນການເຄື່ອນໄຫວ ເພື່ອກະຕຸກຊຸກຍູ້ການທ່ອງທ່ຽວນະຄອນຫຼວງ, ພ້ອມທັງຂຸດຄົ້ນ ແລະເຊີດຊູຊຸດເສື້ອຍາວຂອງຊາດຫວຽດນາມ ທີ່ຕິດພັນກັບມໍລະດົກ ແລະ ການທ່ອງທ່ຽວ. ຜ່ານນັ້ນ, ຄະນະຈັດຕັ້ງຍັງສ້າງກາລະໂອກາດໂຄສະນາເຜີຍແຜ່ ແລະແນະນຳບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ ແລະຫວັງວ່າເຫດການນີ້ຈະກາຍເປັນກິດຈະກຳເຄື່ອນໄຫວປະຈຳປີ ເນື່ອງໃນໂອກາດວັນສະຖາປະນາ ວັນທີ 2 ກັນຍາ. ພາຍຫຼັງພິທີປຸກລະດົມ, ຄະນະດັ່ງກ່າວໄດ້ຂີ່ລົດຖີບຕາມຖະໜົນສາຍຕ່າງໆຂອງເມືອງຮ່ວານກ໋ຽມ ເພື່ອແຫ່ຂະບວນໂຄສະນາເສື້ອຍາວ.

ໂດຍ: ທູຈາງ