ໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023), ວັນທີ 19 ມີນາ, ຄະນະກຳມະການປະຊາຊົນແຂວງບັກຢາງ ໄດ້ຈັດການພົບປະແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ ຢູ່ເຂດທ່ອງທ່ຽວຈິດວິນຍານ - ຊີວະພາບ ໄຕອຽນຕື້, ເມືອງເຊີນໂດ້ງ.

leftcenterrightdel
ສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມ ເຂດ Chukyo ແລະບໍລິສັດ Yokoi Mould ຫວຽດນາມ ຈຳກັດ ໄດ້ມອບຕົ້ນສະກຸຣະ 120 ຕົ້ນ ໃຫ້ແຂວງບັກຢາງ. ພາບ: baobacgiang.com.vn

ທີ່ລາຍການໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ລາຍການພົບປະແລກປ່ຽນສະແດງສິລະປະ, ອາຫານການກິນ ຍີ່ປຸ່ນ - ບັກຢາງ; ລອງນຸ່ງຊຸດອາພອນປະເພນີຍີ່ປຸ່ນ ແລະ ເຄື່ອງນຸ່ງບູຮານຫວຽດ; ຢ້ຽມຊົມເຂດທ່ອງທ່ຽວຈິດວິນຍານ - ຊີວະພາບ ໄຕອຽນຕື້. ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ເຂດ Chukyo ແລະ ບໍລິສັດ Yokoi Mould ຫວຽດນາມຈຳກັດ ໄດ້ມອບຕົ້ນສະກຸຣະ 120 ຕົ້ນ ໃຫ້ແຂວງບັກຢາງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ