ໄຂງານບຸນດອກສ້ຽວປ່າ ປີ 2023
ກປ.ອອນໄລ - ຕອນຄໍ່າວັນທີ 12 ມີນາ, ທີ່ສະໜາມຫຼວງ 7-5 ນະຄອນດ້ຽນບຽນຝູ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄຂງານບຸນດອກສ້ຽວປ່າ ປີ 2023 ແລະວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າແຂວງດ້ຽນບຽນ ຄັ້ງທີ VII ດ້ວຍຫົວຂໍ້ “ສີສັນເຂດຕາເວັນຕົກສ່ຽງເໜືອ”.
ເຂົ້າຮ່ວມພິທີ ມີທ່ານ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານນາງ ຕ່ອງທິຟ໊ອງ ອະດີດກໍາມະການກົມການເມືອງ, ອະດີດຮອງປະທານຜູ້ປະຈໍາການສະພາແຫ່ງຊາດ; ທ່ານ ຫວໍວັນຢຸ້ງ ຮອງຫົວໜ້າຄະນະການເມືອງພາຍໃນສູນກາງພັກ; ທ່ານ ເຈິ່ນກ໊ວກເກື່ອງ ເລຂາພັກແຂວງດ້ຽນບຽນ ພ້ອມດ້ວຍປະຊາຊົນທຸກຊັ້ນວັນນະ ແລະແຂກທ່ອງທ່ຽວສາກົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
    |
 |
ລາຍການສະແດງສິລະປະທີ່ພິທີໄຂງານບຸນດອກສ້ຽວປ່າ ປີ 2023. ພາບ: ຮ່າແຄ໋ງ. |
ໃນຂອບເຂດງານບຸນ ມີຫຼາຍກິດຈະກໍາເຄື່ອນໄຫວທີ່ດຶງດູດໃຈ ຄື: ເຂດວາງສະແດງວັດທະນະທໍາເຂດພູສູງ; ເຂດວາງສະແດງ, ແນະນໍາວັດທະນະທໍາທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ຜະລິດຕະພັນວັດທະນະທໍາ, ທ່ອງທ່ຽວ; ການເຄື່ອນໄຫວຄົ້ນຫາ, ເຂົ້າຮ່ວມການລະຫຼິ້ນພື້ນເມືອງທີ່ເປັນມູນເຊື້ອຂອງບັນດາເຜົ່າ ແລະການແຂ່ງຂັນກິລາ; ການປະກວດອາຫານການກິນ “ສີສັນດ້ຽນບຽນ”; ຂະບວນແຫ່ວັດທະນະທໍາຕາມທ້ອງຖະໜົນ ແລະການປະກວດນາງສາວ ດອກສ້ຽວປ່າ ປີ 2023.
ງານບຸນດອກສ້ຽວປ່າ ແມ່ນເຫດການວັດທະນະທໍາ-ທ່ອງທ່ຽວໃຫຍ່ຂອງແຂວງດ້ຽນບຽນ ປີ 2023. ຜ່ານງານບຸນ ແມ່ນແນໃສ່ໂຄສະນາ, ເຜີຍແຜ່, ເຊີດຊູວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າແຂວງດ້ຽນບຽນ; ຢັ້ງຢືນ ດ້ຽນບຽນ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈໃນຈຳນວນສະຖານທີ່ທ່ອງທ່ຽວຢູ່ເຂດຕາເວັນຕົກສ່ຽງເໜືອ.
ໂດຍ: ໄຊຊະນະ