ຮູບແຕ້ມນີ້ແມ່ນໝາກຜົນຂອງ 10 ປີທີ່ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງນັກຈິດຕະກອນ ມາຍຢຸຍມິງ, ນັບແຕ່ມີແນວຄວາມຄິດ ແລະສ້າງແຜນການແຕ້ມຮູບ 2 ແຜ່ນນີ້ໃຫ້ສຳເລັດ, ຈົນຮອດທ້າຍປີ 2021 ທ່ານຈຶ່ງແຕ້ມສຳເລັດ.

leftcenterrightdel
ຮູບແຕ້ມສີຂັດມັນ “ພົນເອກ ຫວໍງວຽນຢ໊າບ”. ພາບ: ແຄ໊ງຮວ່ຽນ.
leftcenterrightdel
ຮູບແຕ້ມ “ດ້ຽນບຽນຝູ” ຂອງນັກຈິດຕະກອນ ມາຍຢຸຍມິງ. ພາບ: ແຄ໊ງຮວ່ຽນ.

ໂດຍເປັນນັກຈິດຕະກອນຜູ້ໜຶ່ງທີ່ໄດ້ກຳເນີດ ແລະເຕີບໃຫຍ່ເມື່ອປະເທດໄດ້ທ້ອນໂຮມເປັນເອກະພາບ, ມາຍຢຸຍມິງ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຊອກຫາຄຳຕອບໃຫ້ທ່ານເອງກ່ຽວກັບວິທີເຊິ່ງຊາວຫວຽດນາມ ຮຸ່ນກ່ອນໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກໃນການປົກປັກຮັກສາເອກະລາດຂອງຊາດ. ທຸກຄວາມມານະພະຍາຍາມໃນການຊອກຫາ ແລະໄດ້ຮັບຟັງທຸກສິ່ງທຸກຢ່າງໃນອະດີດກ່ຽວກັບການສູ້ຮົບຢ່າງພິລະອາດຫານຂອງລຸ້ນພໍ່ລຸ້ນອ້າຍໄດ້ມາໂຮມຢູ່ໃນຮູບແຕ້ມ “ດ້ຽນບຽນຝູ” ແຜ່ນນີ້.

ໂດຍ: ແສງເດືອນ