leftcenterrightdel
ກິດຈະກຳລະດູບານໃໝ່ຂອງເຜົ່າຮ່າຍີ່ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: qdnd.vn.

ບັນດາກິດຈະກໍາດັ່ງກ່າວມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນປະມານ 100 ຄົນຂອງ 14 ຊົນເຜົ່າ, ຄື: ນຸ່ງ, ໄຕ່, ຢາວ, ມົ້ງ,  ເມື່ອງ, ໄທ, ຂະມຸ, ຕ່າໂອຍ… ກິດຈະກໍາດ້ວຍຫົວຂໍ້ທະເລ, ໝູ່ເກາະຂອງບ້ານເກີດເມືອງນອນໄດ້ວາງສະແດງຮູບພາບ, ວັດຖຸພັນ, ຮູບເງົາເອກະສານກ່ຽວກັບທະເລ, ໝູ່ເກາະເຖິງນັກທ່ອງທ່ຽວ. ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະ “ບົດເພງແຫ່ງຄວາມຮັກຈາກທະເລ”. ນີ້ແມ່ນລາຍການສິລະປະສັງລວມ, ສະແດງໃຫ້ເຫັນຈິດໃຈມຸ່ງໄປສູ່ທະເລ, ໝູ່ເກາະ ແລະຄວາມຮັກປະເທດຊາດ. ເຂົ້າຮ່ວມລາຍການ, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມງານພົບປະແລກປ່ຽນສິລະປະ, ສະແດງບັນດາປະເພດສິລະປະພື້ນເມືອງທີ່ດີເດັ່ນເຕັມໄປດ້ວຍສີສັນລະດູບານໃໝ່, ຄື: ຟ້ອນແຊ, ຂັບວີ໊, ຮ້ອງເພງພື້ນເມືອງ, ຕີຄ້ອງ, ຂັບແທນ...

ໂດຍ: ເຈິ່ນຮວ່ຽນ