ງານວາງສະແດງຫົວເລື່ອງສະເພາະ “ໂຮ່ຈີມິນ ໃນສິລະປະປະຕິມາກຳ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ ທີ່ຮ່າໂນ້ຍ ຊື່ງໄດ້ແນະນຳ 60 ຜົນງານໄດ້ຄັດເລືອກໃນນັບຮ້ອຍຜົນງານປະດິດສ້າງກ່ຽວກັບປະທານໂຮ່ຈີມິນ ຂຶ້ນກັບການຮຽບຮຽງຂອງຫໍພິພິຕະພັນວິຈິດສິນຫວຽດນາມ. ບັນດາຜົນງານໄດ້ວາງສະແດງຄັ້ງນີ້ ໄດ້ພັນລະນາບັນດາຂີດໝາຍສຳຄັນໃນຊີວິດ, ພາລະກິດການປະຕິບັດຂອງປະທານໂຮ່ຈີມິນ ຄາວເຍົາວະຊົນ, ຜ່ານໄລຍະເວລາໄປຕ່າງປະເທດຊອກຫາເສັ້ນທາງກູ້ຊາດ, ກັບເມືອປະເທດ ແລະ ນຳພາການປະຕິວັດຫວຽດນາມ ໂດຍກົງປະສົບຜົນສຳເລັດ. ຈິດຕະກອນ ເຈິ່ນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນຫວຽດນາມ ຄັ້ງນີ້ ໃຫ້ຮູ້ວ່າ:

leftcenterrightdel
ຜູ້ແທນຢ້ຽມຊົມງານ​ວາງ​ສະ​ແດງ. ພາບ: baochinhphu.vn

ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍເມື່ອມີພາບແຕ້ມໄດ້ນຳມາວາງສະແດງຢູ່ຫໍພິພິຕະພັນວິຈິດສິນຫວຽດນາມ. ນັ້ນແມ່ນຄວາມໄຝ່ຝັນຂອງຜູ້ເຮັດອາຊີບທຸກຄົນ. ແຕ້ມພາບກ່ຽວກັບຫົວເລື່ອງປະທານໂຮ່ຈີມິນ ແມ່ນຍາກຫຼາຍ. ເມື່ອເວົ້າເຖິງໄຊຊະນະ ດ້ຽນບຽນຝູ ແມ່ນຄົນເຮົາຈະຄິດເຖິງ ປະທານໂຮ່ຈີມິນ, ທ່ານພົນເອກ ຫວໍ້ງວຽນຢາບ ແລະ ກອງທັບປະຊາຊົນຫວຽດນາມ. ດັ່ງນັ້ນຕ້ອງແຕ້ມໃຫ້ແຈ້ງ, ມີຊີວິດຊີວາ ຈຶ່ງຈະເຊີດຊູຄຸນງາມຄວາມດີຂອງ ປະທານ ໂຮ່ຈີມິນ, ເຊີດຊູໄຊະນະ ດ້ຽນບຽນຝູ ໄດ້.

ແຫຼ່ງຄັດຈາກ: vovworld.vn