leftcenterrightdel
ບັນດາຜູ້ແທນ, ຜູ້ຊົມເຂົ້າຢ້ຽມຊົມງານວາງສະແດງຢູ່ຫໍພິພິທະພັນນະຄອນໂຮ່ຈີມິນ. ພາບ: qdnd.vn

ງານວາງສະແດງໄດ້ແນະນຳຮູບພາບ, ສະແຕມ ແລະໂປສກາດ 200 ກວ່າແຜ່ນ, ແບ່ງອອກເປັນ 3 ພາກສ່ວນຕົ້ນຕໍ, ຄື: “ປະທານໂຮ່ຈີມິນ ໃນທຸກສະໄໝ”, “ການເດີນທາງຕາມຮອຍຕີນຂອງລຸງໂຮ່”, “ລຸງໂຮ່ ໃນດວງໃຈປະຊາຊົນຫວຽດນາມ ແລະເພື່ອນມິດສາກົນ”. ໃນນັ້ນ, ງານວາງສະແດງມີການສະສົມສະແຕມອັນລ້ຳຄ່າທີ່ໄດ້ພິມຈຳໜ່າຍໃນວັນທີ 19 ພຶດສະພາ 1960 ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຄ້າຍວັນເກີດຂອງລຸງໂຮ່. ນອກຈາກນັ້ນ, ງານວາງສະແດງກໍ່ໄດ້ສະແດງໃຫ້ເຫັນຮູບພາບລຸງໂຮ່ ທີ່ໄດ້ຮັບການແນະນໍາຜ່ານສະແຕມຂອງຫຼາຍປະເທດໃນທົ່ວໂລກ ເຊັ່ນ: ລັດເຊຍ, ເຢຍລະມັນ, ລາວ, ກຳປູເຈຍ... ງານວາງສະແດງຈະດຳເນີນໄປຮອດວັນທີ 18 ມິຖຸນາ.

ໂດຍ: ຈາງຫງວຽນ