50 ປີທ້ອນໂຮມປະເທດຊາດເປັນເອກະພາບ:
ຈັດການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ຫຼາຍທ້ອງຖິ່ນໃນສອງພາກເໜືອ-ໃຕ້ ຂອງຫວຽດນາມ
ຈັດການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ຫຼາຍທ້ອງຖິ່ນໃນສອງພາກເໜືອ-ໃຕ້ ຂອງຫວຽດນາມ
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງງິ້, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ ປາດຖະຫນາຢາກໃຫ້ບັນດານັກຮົບເກົ່າສືບຕໍ່ “ຖ່າຍທອດຈິດໃຈຮັກຊາດ, ຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງ, ຄວາມຄາດຫວັງໃຫ້ແກ່ລຸ້ນໜຸ່ມ.. ເພື່ອສ້າງສາ ແລະພັດທະນານະຄອນໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງທັນສະໄຫມ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ສິວິໄລ, ທັນສະໄໝ, ໄມຕິຈິດ.
    |
 |
ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສາຫນຽດນາມ |
ຕອນຄ່ຳວັນດຽວກັນ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນໂຮ່ຈິມີນ, ສູນກາງຄະນະຊາວໜຸ່ມ ແລະນະຄອນໂຮ່ຈິມິນ ໄດ້ຈັດຕັ້ງ “ພິທີຈູດທູບທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ.
ໃນຊ່ວງເວລາດຽວກັນ, ຢູ່ແຂວງກວ໋າງບິ່ງ ບັນດາການນຳແຂວງພ້ອມກັບຊາວຫນຸ່ມ 1.500 ຄົນກໍ່ໄດ້ຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນນັກຮົບເສຍສະຫລະຊີວິດເພື່ອຊາດຢູ່ສຸສານ ບາຢົກ, ຕາແສງ ລີແຈັກ, ເມືອງ ໂບແຈັກ, ແຂວງ ກວ໋າງບິ່ງ.
    |
 |
ການນຳພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງຫາຍເຢືອງ ມອບດອກໄມ້ອວຍພອນສະມາຄົມວັນນະຄະດີສິລະປະ. ພາບ: ສໍານັກຂ່າວສາຫນຽດນາມ |
ໃນວັນດຽວກັນ, ຢູ່ແຂວງຫາຍເຢືອງ, ນະຄອນຫາຍຟ່ອງ ກໍ່ໄດ້ຈັດງານວາງສະແດງແນະນຳຮູບພາບ, ເອກະສານ, ປື້ມອັນລ້ຳຄ່າກວ່າ 200 ຢ່າງແນະນຳໂດຍສັງເຂບກ່ຽວກັບໄລຍະທາງປະຫວັດສາດອັນສະຫງ່າອົງອາດຂອງຊາດ, ບັນດາຜົນງານອັນຍິ່ງໃຫຍ່, ພົ້ນເດັ່ນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງປະເທດຊາດ ແລະນະຄອນຫາຍຟ່ອງ ໃນພາລະກິດແຫ່ງການປ່ຽນແປງໃຫມ່ ແລະເຊື່ອມໂຍງເຂົ້າກັບສາກົນ.
ແຫຼ່ງຄັດຈາກ: vovworld.vn