ນັກຮຽນທີ່ເຂົ້າຮ່ວມທັງໝົດ 8 ຄົນ ລ້ວນແຕ່ຍາດໄດ້ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະຫຼຽນທອງ 2 ຫຼຽນ. 3 ຫຼຽນຄຳ ແມ່ນຂອງນັກຮຽນທີ່ມາຈາກແຂວງເງະອານ, ບັກນິງ ແລະຮ່າໂນ້ຍ. ບັນດານັກຮຽນໄດ້ເຮັດ 2 ບົດເສັງທີ່ແກ່ຍາວໃນເວລາ 10 ຊົ່ວໂມງ, ລວມທັງທິດສະດີ ແລະການປະຕິບັດຕົວຈິງ, ສໍາລັບເນື້ອໃນທີ່ກ່ຽວຂ້ອງເຖິງບັນດາຫົວຂໍ້ຟີຊິກທີ່ທັນສະໄໝ. APhO 2025 ໄດ້ເຕົ້າໂຮມນັກຮຽນ 208 ຄົນທີ່ມາຈາກ 29 ປະເທດ ແລະເຂດແຄວ້ນ. ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ຢືນຢູ່ໃນທອັບ 5 ທີມນັກຮຽນດີເດັ່ນທີ່ສຸດພ້ອມກັບປະເທດ ຈີນ, ສ. ເກົາຫຼີ, ໄຕ້ຫວັນ-ຈີນ ແລະສະຫະພັນລັດເຊຍ. ພິທີປິດ ແລະມອບລາງວັນຈະຈັດຂຶ້ນໃນວັນທີ 12 ພຶດສະພາ.
ໂດຍ: ຈາງຫງວຽນ
Type the code from the image