ລາຍການ “ຂົວເຊື່ອມຕໍ່ຫວຽດນາມ-ຈີນ, ຫາຍຝ່ອງ 2025”
ກປ.ອອນໄລ - ຕອນຄໍ່າວັນທີ 10 ພຶດສະພາ, ທີ່ເຂດອຸດສາຫະກໍາ ນາມເກົ່າກ່ຽນ, ນະຄອນຫາຍຝ່ອງ, ໄດ້ດໍາເນີນລາຍການ “ຂົວເຊື່ອມຕໍ່ຫວຽດນາມ-ຈີນ, ຫາຍຝ່ອງ 2025”.
ເຫດການນອນໃນກິດຈະກໍາສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ (18/1/1950-18/1/2025); ຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍຫາຍຝ່ອງ - ນະຄອນວິລະຊົນ ແລະງານບຸນດອກຝາງແດງ ຫາຍຝ່ອງ 2025.
    |
 |
ລາຍການສະແດງສິລະປະ “ຄໍານັດພົບພ້ອມກັບກວາງຊີ ສວຍງາມ” ຂອງນັກສິລະປະຈີນ. ພາບ: baotintuc.vn |
ລາຍການລວມມີການສະແດງສິລະປະຂອງບັນດາຄະນະສິລະປະຈາກນະຄອນ Nanning, Ningbo ຂອງ ຈີນ ແລະຂອງນັກສິລະປະ, ນັກຮຽນນະຄອນຫາຍຝ່ອງ. ໃນຂອບເຂດລາຍການຍັງມີບັນດາກິດຈະກໍາຕ່າງໆ, ຄື: ການລະເຫຼິ້ນພື້ນເມືອງ, ວາງສະແດງ, ການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ...
ລາຍການເພື່ອແນໃສ່ແນະນໍາຈຸດຄວາມງາມຂອງວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ ແລະຈີນ, ສະແດງຈິດໃຈພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ, ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.
ໂດຍ: ໄຊນີດາ