ກະກຽມລາຍການສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 4
ກປ.ອອນໄລ - ຕອນບ່າຍວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບໂຮງລະຄອນກອງທັບ ແລະສູນກະຈາຍສຽງ-ໂທລະພາບກອງທັບ ຈັດຕັ້ງການກວດຜ່່ານຄັ້ງສຸດທ້າຍລາຍການສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກ ໃນສະພາບການໃໝ່” ຄັ້ງທີ 4 (2024-2025), ປຸກລະດົມການແຂ່ງຂັນຂຽນ ຄັ້ງທີ 5 (2025-2026).
ທ່ານພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາການແຂ່ງຂັນຂຽນ ເປັນປະທານການກວດຜ່່ານຄັ້ງສຸດທ້າຍ.
ລາຍການສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນ ຈະດໍາເນີນໃນເວລາ 20 ໂມງໃນວັນທີ 15 ພຶດສະພາ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການລວມມີບັນດາສາລະຄະດີ ແລະບົດເພງປະຕິວັດຍ້ອງຍໍສັນລະເສີນພັກ ທີ່ກຽດສະຫງ່າ, ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິງໃຫຍ່, ຄວາມຮັກຕໍ່ບ້ານເກີດເມືອງນອນ, ກອງທັບວິລະຊົນ, ຜ່ານການສະແດງຂອງນັກສິລະປິນປະຊາຊົນ ຮົ່ງແຮ້ງ, ນັກສິລະປິນປະຊາຊົນ ໄທບ໋າວ, ນັກຮ້ອງ ໂດ້ໂຕຮວາ...
    |
 |
ນັກສິລະປິນ, ນັກຮ້ອງ ສິ້ນສຸດການສະແດງສິລະປະ. ພາບ: qdnd.vn |
ກ່າວຄຳເຫັນສະຫຼຸບທີ່ການກວດຜ່່ານຄັ້ງສຸດທ້າຍ, ທ່ານພົນຕີ ເຈືອງທຽນໂຕ ຍ້ອງຍໍຊົມເຊີຍໜັງສືພິມກອງທັບປະຊາຊົນ, ໂຮງລະຄອນກອງທັບ, ສູນກະຈາຍສຽງ-ໂທລະພາບກອງທັບ ພ້ອມດ້ວຍບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໄດ້ສົມທົບກັນເປັນຢ່າງດີ, ຄ່ອງແຄ້ວ, ເປັນເຈົ້າການຜັນຂະຫຍາຍແຜນການຈັດຕັ້ງລາຍການ. ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງລາຍການ, ທ່ານພົນຕີ ເຈືອງທຽນໂຕ ຮຽກຮ້ອງໜັງສືພິມກອງທັບປະຊາຊົນ, ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງເພີ່ມເຕີມ, ປັບປຸງບັນດາບັນຫາທີ່ໄດ້ຮັບການຊີ້ອອກພາຍຫຼັງການກວດຜ່ານຄັ້ງສຸດທ້າຍຢ່າງໄວວາ; ສໍາເລັດວຽກງານທີ່ຍັງເຫຼືອ; ຮັບປະກັນຄວາມລອບຄອບຖີ່ຖ້ວນ, ຄວາມປອດໄພຢ່າງເດັດຂາດໃນໄລຍະການຕ້ອນຮັບຜູ້ແທນ, ເນື້ອໃນ, ແສງສຽງ, ລາຍການສະແດງສິລະປະ...
ໂດຍ: ຈາງຫງວຽນ