ຈັດສັບປະດາຮູບເງົາຫວຽດນາມ ຢູ່ ເກຼັກ
ກປ.ອອນໄລ - ແມ່ນຄັ້ງທຳອິດ ຫວຽດນາມ ຈັດສັບປະດາຮູບເງົາ, ແນະນຳຟິບຮູບເງົາ ແລະຮູບເງົາເອກະສານ 9 ເລື່ອງເຖິງມະຫາຊົນ ເກຼັກ.
ແຕ່ວັນທີ 12 – 15 ພຶດສະພາ, ຢູ່ນະຄອນ ອາແທນ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ສົມທົບກັບຫົວໜ່ວຍທີ່ກ່ຽວຂ້ອງຈຳນວນໜຶ່ງຈັດສັບປະດາຮູບເງົາ ຫວຽດນາມ 2025 ຢູ່ ເກຼັກ. ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເກຼັກ (1975 – 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (1975 – 2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ 1890 – 2025).
    |
 |
ສັບປະດາຮູບເງົາ ຫວຽດນາມ 2025 ຢູ່ ເກຼັກ. ພາບ: ສະຖານທູດ ຫວຽດນາມ ປະຈຳ ເກຼັກ |
ກ່າວຄຳເຫັນທີພິທີໄຂໃນວັນທີ 12 ພຶດສະພາ, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຼັກ ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດ ຫວຽດນາມ ຈັດສັບປະດາຮູບເງົາ, ແນະນຳຟິບຮູບເງົາ ແລະ ຮູບເງົາເອກະສານ 9 ເລື່ອງເຖິງມະຫາຊົນ ເກຼັກ. ມີຮູບເງົາຫຼາຍເລື່ອງທີ່ນຳມາສາຍໃນສັບປະດານີ້ ເຄີຍຍາດໄດ້ລາງວັນຢູ່ພາຍໃນປະເທດ ແລະ ສາກົນ, ສ່ອງແສງປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ.
ສັບປະດາຮູບເງົາ ຫວຽດນາມ 2025 ຢູ່ ເກຼັກ ຈະສະຫງວນຕອນໜຶ່ງເພື່ອສາຍຮູບເງົາພິເສດເຊີດຊູປະທານ ໂຮ່ຈີມິນ ກົງກັບວັນເກີດຂອງ ເພີນ 19 ພຶດສະພາ, ດ້ວຍຮູບເງົາທີ່ມີຊື່ວ່າ: “ການເດີນທາງສ້າງສາວັດທະນະທຳ, ສັນຕິພາບ”. ສັບປະດາຮູບເງົາ ຫວຽດນາມ ຈະຊ່ວຍໃຫ້ຜູ້ຊົມ ເກຼັກ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບພື້ນຖານຮູບເງົາ ຫວຽດນາມ ຢ່າງເລິກເຊິ່ງກວ່າ.
ແລະກໍ່ເນື່ອງໃນໂອກາດນີ້, ວັນທີ 12 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ແນະນຳ, ສະເໜີປື້ມ “ຊີວະປະຫວັດຫຍໍ້ປະທານ ໂຮ່ຈີມິນ” ດ້ວຍພາສາ ເກຼັກ, ຖືກແປຈາກພາສາ ອັງກິດ, ໂດຍສຳນັກພິມຈຳໜ່າຍໂລກສະໜອງລິຂະສິດ. ປື້ມເຫຼັ້ມນິ້ໂດຍທ່ານ Velissarios Kossivakis, ສະມາຊິກພັກກອມມູນິດ ເກຼັກ, ພ້ອມກັນກຸ່ມ New Star ແລະ ທ່ານ Vasiliki Kappa ເປັນຜູ້ແປ.
ໂດຍ: ກວຽດເຕິມ