ຕອນເຊົ້າວັນທີ 2 ພຶດສະພານີ້, ທ່ານລັດຖະມົນຕີກະຊວງບັນດາບັນຫາລັດຖະສະພາ ແລະເຜົ່າສ່ວນໜ້ອຍ ອິນເດຍ Kandula Durgesh ແລະທ່ານລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະວັດທະນະທຳລັດ Andhra Pradesh ພ້ອມດ້ວຍພະສົງທີ່ມີພັນສາສູງ ແລະເຈົ້າໜ້າທີ່ຂັ້ນສູງຂອງອິນເດຍ ໄດ້ນຳເອົາສາລິກະທາດພະພຸດທະເຈົ້າມາຮອດນະຄອນໂຮ່ຈີມິນ.

leftcenterrightdel
 

ພິທີສວດມົນພິເສດໄດ້ດຳເນີນຢູ່ສະໜາມບິນພາຍຫຼັງທີ່ສາລິກະທາດພະພຸດທະເຈົ້າມາຮອດ. ຕໍ່ຈາກນັ້ນແມ່ນພິທີສວດມົນໂດຍສາດສະດາເປັນປະທານ ແລະວິທີວາງສາລິກະທາດພະພຸດທະເຈົ້າດຳເນີນຢູ່ວັດ ແທງເຕີມ, ນະຄອນໂຮ່ຈິມິນ, ແຕ່ວັນທີ 2-7 ພຶດສະພາ, ແລ້ວກໍ່ນຳໄປວາງຢູ່ແຂວງ ໄຕນິງ, ນະຄອຫຼວງຮ່າໂນ້ຍ ແລະແຂວງຮ່ານາມ ເຖິງວັນທີ 21ພຶດສະພາ. ສາລິກະທາດພະພຸດທະເຈົ້າ ຖືກນຳມາຈາກເຂດທີ່ສັກສິດ Sarnath ຊຶ່ງແມ່ນແຫ່ງທີ່ພະພຸດທະເຈົ້າໄດ້ສອນສາສະໜາເປັນຄັ້ງທຳອິດ. ສາລິກະທາດພະພຸດທະເຈົ້າມີຄວາມໝາຍອັນສັກສິດພິເສດຕໍ່ປະຊາຄົມຊາວພຸດທົ່ວໂລກ ແລະນີ້ແມ່ນຄັ້ງທຳອິດທີ່ສາລິກະທາດພະພຸດທະເຈົ້າ ຖືກນຳມາຮອດຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn