“ບົດເພງອະມະຕະສັນຕິພາບ” ຊົມເຊີຍ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
ກປ.ອອນໄລ - ລາຍການໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມສະດຸ້ງໃຈຂອງບັນດາຕົວພະຍານຫຼັກຖານປະຫວັດສາດ ໃນການບຸກໂຈມຕີ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນຄ່ຳວັນທີ 06 ເມສາ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ປະສານສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະຄະນະພັກນະຄອນ, ຄະນະກຳມະການປະຊາຊົນແຂວງ ດັກລັກ ຈັດງານພົບປະແລກປ່ຽນສະແດງສິລະປະ “ບົດເພງອະມະຕະສັນຕິພາບ” ຢູ່ 3 ຈຸດເຊິ່ງຖືກເຊື່ອມຕໍ່ກັນຄື, ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ນະຄອນ ບວນມາທວດ, ແຂວງ ດັກລັກ.
    |
 |
|
ລາຍການສະແດງສິລະປະຢູ່ຈຸດເຊື່ອມຕໍ່ ຮ່າໂນ້ຍ. ພາບ: qdnd.vn |
ລາຍການດັ່ງກ່າວໄດ້ສ້າງຂຶ້ນມີຂອບຂະໜາດໃຫຍ່, ລະອຽດທີ່ຖ້ວນນັບທັງດ້ານເນື້ອໃນ ແລະການສະແດງສິລະປະ, ດ້ວຍການເຂົ້າຮ່ວມຂອງບັນດານັກຮ້ອງ, ນັກສິລະປິນມີຊື່ສຽງຢູ່ພາຍໃນ ແລະນອກກອງທັບ. ສິ່ງທີ່ໜ້າສົນໃຈ, ລາຍການໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມສະດຸ້ງໃຈຂອງບັນດາຕົວພະຍານຫຼັກຖານປະຫວັດສາດໃນການບຸກໂຈມຕີ ແລະລູກຮື້ຂຶ້ນຄັ້ງໃຫຍ່ລະດູບານໃໝ່ 1975, ພ້ອມກັບບັນດາອະດີດນັກຮົບ, ຕົວພະຍານຫຼັກຖານປະຫວັດສາດໄດ້ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ. ຜ່ານບັນດາເລື່ອງລາວ, ຜູ້ຊົມຄືໄດ້ກັບຄືນສູ່ຄວາມຊົງຈຳທີ່ສະຫງ່າອົງອາດຂອງບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະ 50 ກ່ອນນີ້.
ໂດຍ: ກວຽດເຕິມ