ຕອນເຊົ້າວັນທີ 6 ຕຸລາ, ຢູ່ໜອງຮວ່ານກຽມ (ຮ່າໂນ້ຍ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມວັນບຸນວັດທະນະທຳ ເພື່ອສັນຕິພາບ. ນີ້ແມ່ນເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10-10-1954 / 10-10-2024) ແລະ 25 ປີທີ່ອົງການ UNESCO ໄດ້ມອບລາງວັນໃຫ້ນະຄອນຫຼວງຮ່າໂນ້ຍ ເປັນ “ນະຄອນ ເພື່ອສັນຕິພາບ” (16-7-1999 / 16-7-2024).

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມວັນບຸນວັດທະນະທຳ ເພື່ອສັນຕິພາບ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ວັນບຸນວັດທະນະທຳ ເພື່ອສັນຕິພາບແມ່ນແນໃສ່ແຜ່ຂະຫຍາຍສານກ່ຽວກັບຄຸນຄ່າທາງດ້ານວັດທະນະທຳ, ສັນຕິພາບ ແລະກຳລັງປະດິດສ້າງຂອງຊາວທັງລອງ - ຮ່າໂນ້ຍ ຜ່ານແຕ່ລະຍຸກສະໄໝ… ວັນບຸນກໍ່ແມ່ນໂອກາດເພື່ອເຊີດຊູພືື້ນຖານອະລິຍະທຳ, ສີສັນວັດທະນະທຳ ເພື່ອສັນຕິພາບຂອງນະຄອນຫຼວງຮ່າໂນ້ຍ, ເຂດດິນແດນແຫ່ງສັກກະລະບູຊາໃຫ້ກຳເນີດຜູ້ມີຄວາມເກັ່ງກ້າສາມາດ, ບ່ອນເຕົ້າໂຮມຈິດໃຈສະຫງ່າຜ່າເຜີຍຂອງທັງລອງວິນຍານແຫ່ງຄວາມສັກສິດຂອງເຂດພູຜາປ່າໄມ້ ແລະແມ່ນຳ, ເປັນບ່ອນເຕົ້າໂຮມ ແລະແຜ່ຂະຫຍາຍພູມປັນຍາຫວຽດນາມ, ແຜ່ຂະຫຍາຍມະໂນທຳ ແລະກຽດສັກສີຂອງຄວາມເປັນຄົນ.

“ວັນບຸນວັດທະນະທໍາ ເພື່ອສັນຕິພາບ” ກໍ່ເປັນບ່ອນເຕົ້າໂຮມການພົບປະແລກປ່ຽນຂະໜາດໃຫຍ່ທີ່ສຸດລະຫວ່າງບັນດານັກສິລະປະກອນ, ນັກສິລະປິນ ແລະປະຊາຊົນທີ່ຕາງໜ້າໃຫ້ 30 ເມືອງ, ເທດສະບານຂອງນະຄອນຫຼວງ. ປະຊາຊົນ 8.000 ກວ່າຄົນ, ລວມມີ 5.000 ຄົນ ແລະຕາງໜ້າກໍາລັງຕ່າງໆຈາກບັນດາເມືອງ, ເທດສະບານ ຈະເຂົ້າຮ່ວມຂະບວນແຫ່ ແລະການສະແດງສິລະປະວັດທະນະທໍາພື້ນເມືອງຕ່າງໆ, ລວມມີບັນດາມໍລະດົກວັດທະນະທໍານາມມະທໍາໄດ້ຮັບການຮັບຮອງຈາກອົງການ UNESCO ແລະປະເທດ, ໄປພ້ອມກັບຈຸດສວຍງາມດ້ານວັດທະນະທໍາພື້ນເມືອງທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ.

ບັນດາຮູບແບບສິລະປະຄື ຂັບ ກາຈູ, ລະຄອນຕຸກກະຕານ້ຳ, ຂັບ ເຊິມ... ແລະບັນດາມໍລະດົກທີ່ເຫຼື້ອມໃສຄື: ການເຫຼື້ອມໃສໄຫວ້ບູຊາ ຕ໋ານວຽນເຊີນແທ່ງ, ຫາຍບ່າຈືງ, ແທ໊ງຢ້ອງ... ລ້ວນແຕ່ໄດ້ນຳມາສະແດງຢູ່ລາຍການ, ໄດ້ນຳເອົາຄຸນຄ່າວັດທະນະທຳທີ່ຍືນຍົງຂອງນະຄອນຫຼວງຮ່າໂນ້ຍ ມາໃຫ້ຜູ້ຊົມມີມູມມອງທີ່ເລິກເຊິ່ງ.

ໂດຍ: ທະນາພອນ