ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງວັນເດັກຍິງສາກົນ (ວັນທີ 11 ຕຸລາ), ວັນຄູໂລກ (ວັນທີ 5 ຕຸລາ) ແລະ ວັນປະກາດຖະແຫຼງການ ປັກກິ່ງ ແລະ ໂຄງການດຳເນີນງານປັກກິ່ງ ຄົບຮອບ 30 ປີ (1995-2025).

ເຫດການແມ່ນໂອກາດເພື່ອເຊີດຊູສຽງເວົ້າ ແລະການປະກອບສ່ວນຂອງນາຍຄູໃນວິວັດທະນາການສ້າງນະໂຍບາຍໃຫ້ສົມບູນແບບ ແລະ ສະພາບແວດລ້ອມການສຶກສາທີ່ເຊື່ອມໂຍງກວ່າສຳລັບຜູ້ຮຽນ, ລວມທັງເດັກຍິງ, ພ້ອມດຽວກັນນັ້ນກໍຮຽກຮ້ອງວົງຄະນະຍາດຮ່ວມເດີນທາງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ.

leftcenterrightdel
ບັນດາຜູ້ແທນ ແລະນັກຮຽນເຂົ້າຮ່ວມລາຍການເຕັ້ນລວມໝູ່. ພາບ:  UN Women

ໃນເຫດການນີ້, ບັນດາການເຄື່ອນໄຫວຄືງານວາງສະແດງ, ການພົບປະແລກປ່ຽນ, ແຂ່ງຂັນແຕ້ມຮູບປຸກລະດົມ ໄດ້ນຳມາກາລະໂອກາດໃຫ້ແກ່ນັກຮຽນໄດ້ສະແດງທັດສະນະ ແລະບົດບາດຂອງເດັກຍິງໃນການສ້າງອະນາຄົດຂອງຕົນ, ຂອງຄອບຄົວ ແລະ ສັງຄົມຜ່ານບັນດາໂຄງການປະສົມປະສານລະຫວ່າງວິຊາຈິດຕະກຳ, ວັດນະຄະດີ ແລະ ສຳຜັດປະດິດຄິດສ້າງ.

ພິເສດ, ໃນເຫດການນີ້ຍັງມີການໂອ້ລົມສົນທະນາແບບເຊິ່ງໜ້າ ກັບນັກປະຖະກະຖາຍິງ ທີ່ມີຜົນກະທົບໃນຂົງເຂດການສຶກສາ, ກິລາ ແລະ ວິທະຍາສາດ; ຜ່ານນັ້ນ, ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ພິເສດແມ່ນນັກຮຽນຍິງ, ຈະມີຫຼາຍບົດຮຽນ, ຄຳປຶກສາເພື່ອໃຫ້ພວກນ້ອງມີຄວາມໝັ້ນໃຈກວ່າໃນການເດີນຕາມຄວາມໄຝ່ຝັນ ແລະ ເປົ້າໝາຍຂອງຕົນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ