ເຫດການລວມມີຫຼາຍການເຄື່ອນໄຫວ, ຄື: ມີຮ້ານວາງສະແດງ 50 ຮ້ານ ເພື່ອແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ, ການສຶກສາ ແລະການຄ້າ ຫວຽດນາມ - ສ ເກົາຫຼີ; ຮອບສຸດທ້າຍການປະກວດເຕັ້ນ K-Dance Klech 2024; ສະຫຼຸບການເຄື່ອນໄຫວຂອງ K-Pop Academy; ກິດຈະກໍາເຕັ້ນ K-pop, ຄໍາແນະນໍາກ່ຽວກັບການປຸງແຕ່ງອາຫານພື້ນເມືອງຫວຽດນາມ - ສ ເກົາຫຼີ...

leftcenterrightdel
ຄະນະຈັດຕັ້ງມອບທຶນການສຶກສາໃຫ້ນັກສຶກສາ. ພາບ: ແທງຮ່າ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງຍັງໄດ້ມອບທຶນການສຶກສາ 300 ກວ່າທຶນ (ມູນຄ່າ 2 ລ້ານດົ່ງ/ທຶນ) ໃຫ້ນັກຮຽນ, ນັກສຶກສາຜູ້ທຸກຍາກທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ, ເດັກນ້ອຍ ຫວຽດນາມ - ສ ເກົາຫຼີ ປະສົບກັບຄວາມຫຍຸ້ງຍາກ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນທຶກຮ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໄດ້ເນັ້ນໜັກວ່າ: “ວັນວັດທະນະທຳ ຫວຽດນາມ - ສ ເກົາຫຼີ ຢູ່ນະຄອນ ເກິ່ນເທີ ປີ 2024 ຈະບໍ່ພຽງແຕ່ນຳມາເຊິ່ງບັນດາປະສົບການດ້ານວັດທະນະທຳອັນສົດໃສໃຫ້ແກ່ປະຊາຊົນທຸກຊັ້ນຄົນ, ພິເສດແມ່ນລຸ້ນໜຸ່ມຂອງນະຄອນ ແລະບັນດາທ້ອງຖິ່ນໃກ້ຄຽງເທົ່ານັ້ນ, ຫາກຍັງເປີດກວ້າງກາລະໂອກາດຮ່ວມມືໃຫ້ແກ່ປະຊາຄົມວິສາຫະກິດໃນໄລຍະຈະມາເຖິງອີກດ້ວຍ. ຜ່ານນັ້ນ, ປະກອບສ່ວນນຳບັນດາຄຸນຄ່າ, ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ສ ເກົາຫຼີ ແລະຫວຽດນາມ ໃຫ້ນັບມື້ນັບເຊື່ອມຕົວເຂົ້າກັບຈັ່ງຫວະການດຳລົງຊີວິດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ.

ໂດຍ: ຈາງຫງວຽນ