leftcenterrightdel
ບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn

ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ເຂົ້າຮ່ວມ ແລະກ່າວຄຳປາໄສສະເຫຼີມສະຫຼອງ. ເຂົ້າຮ່ວມພິທີມີທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ, ການນໍາ, ອະດີດການນໍາພັກ, ລັດ, ການນໍານະຄອນຮ່າໂນ້ຍ, ພ້ອມກັບຕາງໜ້າຜູ້ຊົງຄຸນວຸດທິ, ປັນຍາຊົນ, ສາສະໜາ, ປະຊາຊົນທຸກຊັ້ນວັນນະ ແລະກໍາລັງປະກອບອາວຸດນະຄອນຫຼວງ...

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ  ເນັ້ນໜັກວ່າ ໃນພາລະກິດອັນສະຫງ່າລາສີຂອງພັກ, ຂອງຊາດ, ນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ສວມບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມເຕັມໄປດ້ວຍຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ. “ຈາກນະຄອນທີ່ມີຂະໜາດ, ເນື້ອທີ່, ພົນລະເມືອງຂ້ອນຂ້າງໜ້ອຍ, ພື້ນຖານໂຄງການ ແລະເສດຖະກິດຫຼ້າຫຼັງ, ຖືກສົງຄາມທຳລາຍຢ່າງໜັກໜ່ວງນັ້ນ, ມາໃນປະຈຸບັນ, ຮ່າໂນ້ຍ ໄດ້ກາຍເປັນສູນກາງການເມືອງ - ການບໍລິຫານແຫ່ງຊາດ, ສູນກາງໃຫຍ່ທາງດ້ານວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ ແລະການເຊື່ອມໂຍງເຂົ້າກັບສາກົນ; ເປັນໜຶ່ງໃນຈຳນວນ 17 ຕົວເມືອງໃຫຍ່ສຸດຂອງໂລກ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ນະຄອນຫຼວງ ຮ່າໂນ້ຍ ມີຄວາມສະຫງົບ, ປອດໄພ, ເຕັມໄປດ້ວຍພະລັງຊີວິດທີ່ດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ, ຕ່າງປະເທດ ແລະບັນດານັກລົງທຶນສາກົນ. ປະຈຸບັນ, ຮ່າໂນ້ຍ ມີການພົວພັນມິດຕະພາບ, ຮ່ວມມືກັບກວ່າ 100 ນະຄອນ, ນະຄອນຫຼວງຂອງບັນດາປະເທດ, ມີການພົວພັນດ້ານເສດຖະກິດການຄ້າກັບເກືອບ 200 ປະເທດ ແລະເຂດແຄ້ວນ; ຮ່າໂນ້ຍ ເຂົ້າຮ່ວມ ແລະຮັບດຳລົງຕຳແໜ່ງສຳຄັນຢູ່ຫຼາຍເວທີປາໄສສາກົນຂະໜາດໃຫຍ່, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງນະຄອນຫຼວງ, ຂອງປະເທດຊາດຢູ່ເວທີສາກົນ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ  ເນັ້ນໜັກວ່າ ດ້ວຍທ່າແຮງພາຍຫຼັງໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດປະຫວັດສາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດທີ່ບືນຕົວຂຶ້ນຂອງຊາດ.

ໂດຍ: ທະນາພອນ