leftcenterrightdel
ກອງປະຊຸມສຳມະນາທ່ອງທ່ຽວ ອີຣານ - ຫວຽດນາມ. ພາບ: vovworld.vn

ຕອນບ່າຍວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາທ່ອງທ່ຽວ ອີຣານ - ຫວຽດນາມ, ໃນຂອບເຂດ Roadshow ທ່ອງທ່ຽວ ອີຣານ - ອາຊີຕາເວັນອອກສ່ຽງໃຕ້ 2024. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Ali Ashgar Shalbafian, ຮອງລັດຖະມົນຕີກະຊວງມໍລະດົກວັດທະນະທຳ, ທ່ອງທ່ຽວ ແລະ ສິລະປະຫັດຖະກຳອີຣານ ຖືວ່າ, ອີຣານ ອາດສາມາດກາຍເປັນໜຶ່ງໃນບັນດາຈຸດນັດພົບການທ່ອງທ່ຽວຍ້ອນມີປູຊະນີຍະສະຖານປະຫວັດສາດ, ທິວທັດທຳມະຊາດທີ່ດຶງດູດໃຈສຳລັບປະຊາຊົນຫວຽດນາມ. ສ່ວນທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຳມະນາແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດາອົງການຄຸ້ມຄອງຂອງລັດ ດ້ານການທ່ອງທ່ຽວ ຫວຽດນາມ ແລະອີຣານ ພົບປະແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດທ່ອງທ່ຽວ ຢູ່ຫວຽດນາມ ແລະ ອີຣານ ຍູ້ແຮງການຮ່ວມມືໃນສະພາບທີ່ຂະແໜງທ່ອງທ່ຽວໄດ້ຮັບການຟື້ນຟູພາຍຫຼັງໂລກລະບາດ.

ກໍ່ທີ່ເຫດການ, ມີບໍລິສັດທ່ອງທ່ຽວ ອີຣານ 9 ແຫ່ງເຂົ້າຮ່ວມເພື່ອແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືກັບວິສາຫະກິດຂອງ ຫວຽດນາມ, ຜ່ານນັ້ນ, ກໍ່ຊຸກຍູ້ການທ່ອງທ່ຽວລະຫວ່າງສອງປະເທດ.

ໂດຍ: ກວຽດເຕິມ