ທີ່ກອງປະຊຸມໃຫຍ່, ສະມາຄົມໄດ້ກໍານົດທິດທາງສຳລັບການເຄື່ອນໄຫວໃນ 4 ປີຈະມາເຖິງ, ໃນນັ້ນໄດ້ເນັ້ນໜັກເຖິງການຍົກສູງຄຸນນະພາບສິລະປະ, ລາຍການສະແດງຕ່າງໆເພື່ອຮັບໃຊ້ປະຊາຄົມຊາວຫວຽດນາມ ຢູ່ ສ.ເຊັກ, ພ້ອມທັງ ຈັດຕັ້ງລາຍການດ້ານວັດທະນະທໍາເຊື່ອມໂຍງກັບປະເທດປະຈໍາຖິ່ນ, ໂຄສະນາເຜີຍແຜ່ວັດທະນະທຳ, ພາບພົດຂອງປະເທດຊາດ, ປະຊາຊົນຫວຽດນາມ ໃຫ້ເພື່ອນມິດສາກົນ.

ເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກ, ສະມາຄົມຈະມານະພະຍາຍາມຮັກສາ ແລະຈັດລາຍການອະນຸລັກ ແລະພັດທະນາວັດທະນະທຳບໍ່ເປັນວັດຖຸຂອງຫວຽດນາມ ທີ່ UNESCO ໄດ້ຮັບຮອງ, ເຂົ້າຮ່ວມການຈັດຕັ້ງລາຍການ “ນາງງາມເສື້ອຍາວພັນລະຍາ” ທົ່ວປະເທດເອີລົບ, ຮ່ວມແຮງຮ່ວມໃຈສ້າງກຸ່ມສາມັກຄີໃນປະຊາຄົມຊາວຫວຽດນາມ ຢູ່ເອີລົບ, ໂຄສະນາພາບພົດຂອງປະຊາຄົມຜ່ານ “ກອງທຶນແຫ່ງຄວາມເມດຕາ - ເສື້ອຍາວພັນລະຍາ”.

leftcenterrightdel
ກອງປະຊຸມໃຫຍ່ຜູ້ແທນສະມາຄົມວັດທະນະທຳສິລະປະຫວຽດນາມ ຄັ້ງທີ 4 ຢູ່ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ສະມາຄົມຍັງໄດ້ເອົາໃຈໃສ່ເຖິງຄົນລຸ້ນໜຸ່ມຫວຽດນາມ ຢູ່ ສ.ເຊັກ ດ້ວຍບັນດາໂຄງການບຳລຸງສ້າງໃຫ້ພິທີກອນເປັນພາສາຫວຽດ, ຊຸກຍູ້ການເປີດຫ້ອງຮຽນ ແລະຮ້ອງເພງເປັນພາສາຫວຽດ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ເຢືອງຮວ່າຍນາມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເຊັກ ຕີລາຄາວ່າ: ສະມາຄົມວັດທະນະທຳສິລະປະຫວຽດນາມ ຢູ່ ສ.ເຊັກ ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນກ່ວາ 15 ປີແຫ່ງການສ້າງສາ ແລະພັດທະນາ, ໄດ້ຈັດຕັ້ງຫຼາຍກິດຈະກໍາເຄື່ອນໄຫວທີ່ອຸດົມສົມບູນ, ຟົດຟື້ນ ແລະມີຄວາມໝາຍ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ພ້ອມກັບກິດຈະກຳວັດທະນະທໍາສິລະປະ, ສະມາຄົມຍັງໄດ້ສົມທົບກັນຢ່າງຕັ້ງໜ້າກັບສະມາຄົມຊາວຫວຽດນາມ ຢູ່ ສ.ເຊັກ ຈັດຕັ້ງການເຄື່ອນໄຫວ, ຂະບວນການທີ່ເປັນໜ້າເຄົາລົບນັບຖື, ເຊິ່ງບໍ່ພຽງແຕ່ເປັນການຍົກສູງຊີວິດດ້ານຈິດໃຈໃຫ້ແກ່ປະຊາຄົມ, ປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ໃຫ້ເພື່ອນມິດສາກົນເທົ່ານັ້ນ, ຫາກຍັງນຳໜ້າໃນຫຼາຍຂະບວນການເຄື່ອນໄຫວໜູນຊ່ວຍປະຊາຄົມ, ໃນນັ້ນມີກິດຈະກຳອາສາສະໝັກອີກດ້ວຍ.

ໂດຍ: ຈາງຫງວຽນ