ງານບຸນວັດທະນະທໍາອາຫານການກິນຮ່າໂນ້ຍ
ກປ.ອອນໄລ - ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ ປີ 2023 ດ້ວຍຫົວຂໍ້ “ແລກປ່ຽນວັດທະນະທຳອາຫານການກິນຮ່າໂນ້ຍກັບເພື່ອນມິດສາກົນ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 1 ທັນວາ, ຢູ່ສວນສາທາລະນະທົ່ງເຍິດ (ຮ່າໂນ້ຍ).
ງານບຸນລວມມີ 80 ຮ້ານແບ່ງອອກເປັນ 3 ເຂດ (ແມ່ນເຂດແນະນຳວັດທະນະທຳອາຫານການກິນຂອງບັນດາໝູ່ບ້ານທີ່ພົ້ນດັ່ນ; ເຂດຂາຍ ແລະຮັບປະທານອາຫານຂອງບັນດາແຂວງ, ນະຄອນຂອງຫວຽດນາມ ແລະເຂດອາຫານການກິນສາກົນ).
    |
 |
ບັນດາຜູ້ແທນດຳເນີນພິທີກົດປຸ່ມເປີດງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ |
ງານບຸນຍັງມີງານວາງສະແດງຮູບພາບວັດທະນະທຳ, ການທ່ອງທ່ຽວ, ອາຫານພື້ນເມືອງຂອງຫວຽດນາມ ແລະສາກົນ ຄື: ແດນມາກ, ເວເນຊູເອລາ, ອິນເດຍ, ອີຣານ, ປານາມາ, ສ. ເກົາຫຼີ, ລາວ, ກຳປູເຈຍ...; ງານວາງສະແດງປຶ້ມເຄື່ອນທີ່ໂຄສະນາວັດທະນະທຳ, ສິລະປະ, ການທ່ອງທ່ຽວ, ອາຫານທີ່ເປັນເອກະລັກສະເພາະພາຍໃນປະເທດ ແລະສາກົນ. ລາຍການສະແດງສິລະປະພື້ນເມືອງແນະນຳການຂັບຈ່ອຍໂຮ້ຍອານ, ຂັບລຳດົນຕີພື້ນເມືອງ...
ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ ປີ 2023 ອັດລົງໃນວັນທີ 3 ທັນວາ.
ໂດຍ: ໄຊນີດາ