leftcenterrightdel
ເຂດອະນຸສອນສະຖານ ບູລຸດຜູ້ມີຊື່ສຽງ ເລກູຍດົນ ຢູ່ຕາແສງ  ໂດກເລິບ ເມືອງ ຮືງຮ່າ ແຂວງ ທາຍບິ່ງ. ພາບ: ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງ ທາຍບິ່ງ

ຕອນຄ່ຳວັນທີ 10 ເມສາ ຕາມເວລາທ້ອງຖິ່ນ, ທີ່ກອງປະຊຸມສະໄຫມທີ 221 ສະພາປະຕິບັດ ຂອງອົງການ UNESCO ພວມດຳເນີນຢູ່ ນະຄອນຫລວງ ປາຣີ, ບັນດາປະເທດ ສະມາຊິກ ໄດ້ຮັບຮອງເອົາຂໍ້ຕົກລົງສະເຫນີແນະຂອງກອງປະຊຸມສະມັດຊາໃຫຍ່ UNESCO ຄາດວ່າຈະຈັດຂຶ້ນໃນເດືອນ ພະຈິກ ປີ 2025, ເຊັນອະນຸມັດເລື່ອງເຊີດຊູ ແລະພ້ອມກັນສະເຫນີມສະຫລອງວັນຄ້າຍວັນເກີດຂອງບູລຸດຜູ້ມີຊື່ສຽງຈຳນວນຫນຶ່ງໃນໂລກ, ໃນນັ້ນເຊີດຊູ ແລະພ້ອມກັບ ຫວຽດນາມ ສະເຫລີມສະຫລອງ 300 ປີແຫ່ງວັນຄ້າຍວັນເກີດຂອງບູລຸດຜູ້ມີຊື່ສຽງ ເລກູຍດົນ (1726-2026) ແມ່ນນັກວັດທະນະທຳ, ນັກປາດໃຫຍ່ຂອງ ຫວຽດນາມ ໃນສັດຕະວັດທີ XVIII.

ແລະກໍ່ໃນຕອນຄ່ຳວັນທີ 10 ເມສາ, ປະມວນເອກະສານຂອງນັກດົນຕີ ຮວ່າງເວິນ (1930-2018) ໄດ້ຮັບການເຊີດຊູຈາກ UNESCO ແມ່ນມໍລະດົກເອກະສານໂລກ.

ແຫຼ່ງຄັດຈາກ: vovworld.vn