ງານວາງສະແດງໄດ້ວາງສະແດງເອກະສານ, ພາບຖ່າຍ, ວັດຖຸພັນ, ສ່ອງແສງປະຫວັດສາດຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ (ດ່າໜັງ), ເຈື່ອງຊາ (ແຄັງຮວ່າ) ແລະວິວັດການຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ນ້ຳໃຈກຽມພ້ອມຕໍ່ສູ້ປົກປັກຮັກສາຜືນແຜ່ນດິນ, ເຂດທະເລຂອງກອງທັບ ແລະ ປະຊາຊົນຫວຽດນາມ. ຜ່ານນີ້ ກໍເຮັດໃຫ້ບັນດາຜົນງານວິລະກຳຂອງກອງທັບປະຊາຊົນຫວຽດນາມ ໃນ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້, ໄຊຊະນະ, ເຕີບໂຕ ແລະມຸ່ງໄປເຖິງກຳລັງຫຼວງ, ທັນສະໄໝພົ້ນເດັ່ນຂຶ້ນ.

leftcenterrightdel
ພິທີໄຂງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນໄຂງານວາງສະແດງ, ທ່ານພັນເອກພິເສດ ຫງວຽນຫືວມິງ, ຮອງຫົວໜ້າການເມືອງທະຫານເຮືອເຂດ 4 ເນັ້ນໜັກວ່າ: ງານວາງສະແດງເພື່ອແນໃສ່ສືບຕໍ່ສ້າງໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນມີຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າອົງອາດຂອງຊາດ, ກອງທັບ, ເຫຼົ່າທັບເຮືອ ແລະ ທະຫານເຮືອເຂດ 4. ພ້ອມດຽວກັນນັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບ, ປະຊາຊົນອາໄລຫາລຸ້ນພໍ່ລຸ້ນອ້າຍພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ ເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລໝູ່ເກາະອັນສັກສິດຂອງປະເທດຊາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ