leftcenterrightdel
ການປຸກລະດົມວັນແລ່ນ Olympic 2025. ພາບ: ສໍານັກຂ່າວສານຫວຽດນາມ.

ເຫດການ ໄດ້ຈັດຂຶ້ນເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ໃນປີ 2025, ສະເຫຼີມສະຫຼອງ 79 ປີແຫ່ງວັນມູນເຊື້ອຂະແໜງກາຍະກຳກິລາຫວຽດນາມ (27/3/1946-27/3/2025), ມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສສ. ຫວຽດນາມ (2/9/1945-2/9/2025).

ດ້ວຍການເຂົ້າຮ່ວມຕອບສະໜອງຂອງນັກກິລາ, ຄູຝຶກ, ພະນັກງານ ແລະປະຊາຊົນນະຄອນຫຼວງ ກວ່າ 4000 ຄົນ ນີ້ແມ່ນເຫດການກິລາມູນເຊື້ອ, ມີຄວາມໝາຍປະກອບສ່ວນຍູ້ແຮງຂະບວນການອອກກຳລັງກາຍກິລາ ຢູ່ຮ່າໂນ້ຍ ຢ່າງແຮງ. ທີ່ເຫດການ, ບັນດານັກກິລາ, ຄູເຝີກ, ພະນັກງານ ແລະຊາວນະຄອນ ໄດ້ພ້ອມກັນແລ່ນຕອບສະໜອງຢູ່ປິ່ນອ້ອມໜອງຮວ່ານກ໋ຽມ, ຮ່າໂນ້ຍ. 

ໂດຍ: ກວຽດເຕິມ