ເຫດການ ເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງວົງຄະນະຍາດຊາວອິນເດຍ ແລະຊາວຫວຽດນາມ ກໍ່ຄືເຊີດຊູນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ບັນດາສະມາຊິກຂອງວົງຄະນະຍາດຊາວອິນເດຍ ທີ່ອາໄສຢູ່ຫວຽດນາມ, ເພື່ອນມິດຫວຽດນາມ ແລະບັນດາສະມາຊິກຂອງຄະນະການທູດ ໄດ້ເຂົ້າຮ່ວມເຫດການດັ່ງກ່າວຢ່າງສຸດໃຈ.

leftcenterrightdel
ລາຍການສະແດງສິລະປະອິນເດຍ ຢູ່ເຫດການ. ພາບ: qdnd.vn

ງານຕະຫຼາດນັດອິນເດຍ - ວັນບຸນແຫ່ງຄວາມເປັນເອກະພາບໃນຫຼາຍຮູບແບບ ລວມມີການເຄື່ອນໄຫວ, ຄື: ການສະແດງວັດທະນະທຳເປັນຕົ້ນແມ່ນການຟ້ອນ, ການສະແດງດົນຕີ,   Yoga ໂດຍວົງຄະນະຍາດຊາວອິນເດຍ ແລະນັກສໍາມະນາກອນຫວຽດນາມ ຂອງສູນວັດທະນະທຳ Swami Vivekananda ປະຕິບັດ. ແຂກທີ່ມາງານຕະຫຼາດນັດກໍ່ໄດ້ຊິມອາຫານທີ່ມາຈາກເຂດຕ່າງໆຂອງປະເທດອິນເດຍ, ໄດ້ຊົມເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງສິລະປະ, ຫັດຖະກຳ... ທີ່ວາງສະແດງຢູ່ໃນງານຕະຫຼາດນັດ. ນອກຈາກນັ້ນ, ນັກແຂກທີ່ເຂົ້າຮ່ວມງານຕະຫຼາດນັດຍັງມີໂອກາດໄດ້ສຳຜັດກັບການແຕ້ມ henna ພື້ນເມືອງຂອງອິນເດຍ...

leftcenterrightdel
ຮ້ານຄ້າທີ່ງານຕະຫຼາດນັດ. ພາບ: qdnd.vn

ເຫດການລວມມີ ພິທີມອບລາງວັນໃຫ້ການປະກວດແຕ້ມຮູບກ່ຽວກັບ “ສະຖາປັດຕະຍະກຳພຸດທະສາສະໜາອິນເດຍ ແລະຫວຽດນາມ” ທີ່ໄດ້ຈັດຂຶ້ນຢູ່ແຂວງຫວິງຟຸກ ນັ້ນກໍ່ແມ່ນສ່ວນໜຶ່ງຂອງເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນປະກາດເອກະລາດຂອງສາທາລະນະລັດ ອິນເດຍ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອິນເດຍ. ຮູບແຕ້ມ 14 ແຜ່ນແມ່ນຢູ່ໃນລາຍການປະກວດຂອງນັກຮຽນ  (ເກນອາຍຸແຕ່ 6 ຫາ 17 ປີ) ແລະ 11 ແຜ່ນແມ່ນຢູ່ໃນລາຍການປະກວດຂອງຜູ້ໃຫຍ່ (ເກນອາຍຸແຕ່ 22 ປີຂຶ້ນໄປ) ໃນຈໍານວນຮູບແຕ້ມທັງໝົດ 4.258  ແຜ່ນ ໄດ້ສະຖານທູດອິນເດຍ ມອບລາງວັນໃຫ້.

ໂດຍ: ທະນາພອນ