ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023
ງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-26 ພະຈິກ. ງານບຸນຈະມີກ່ວາ 60 ການເຄື່ອນໄຫວວັດທະນະທຳ ດ້ວຍ 4 ກິດຈະກຳແນະນຳສະຖາປັດຕະຍາກຳ, ດຶງດູດການເຂົ້າຮ່ວມຂອງກ່ວາ 200 ຫົວໜ່ວຍ, ນັກປະດິດຄິດສ້າງ ແລະບັນດານັກສິລະປະການໃນຫຼາຍຂົງເຂດ. ໃນຂອບເຂດລາຍການ, ມີກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ແລະການວາງສະແດງຕ່າງໆໄດ້ຮັບການຈັດຂຶ້ນ.
    |
 |
ທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະກິລາຮ່າໂນ້ຍ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: vov.vn |
ພິເສດ, ງານບຸນປີນີ້ຈະມີ 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ ເຊິ່ງຈະໄດ້ຮັບການຈັດຂຶ້ນຢູ່ສະຖານທີ່ຕົ້ນຕໍຂອງງານບຸນນັ້ນແມ່ນໂຮງງານລົດໄຟ ຢາເລີມ, ທາດ ຮ່າງເດົາ ແລະ ສວນສາທາລະນະ ວ້ານຊວັນ; ສະຖານີລົດໄຟ ລອງບຽນ ແລະ ຢາເລີມ, ພ້ອມກັບບັນດາການເຄື່ອນໄຫວ, ເຫດການວັດທະນະທຳໃນບໍລິເວນບັນດາເມືອງ, ເທດສະບານຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ ທີ່ຈັດຂຶ້ນໃນວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະກິລາຮ່າໂນ້ຍ ໃຫ້ຮູ້ວ່າ: “ພວກເຮົາມີຊັບພະຍາກອນກ່ຽວກັບມໍລະດົກວັດທະນະທຳອັນໃຫຍ່ຫຼວງ. ນະຄອນຫຼວງ ຮ່າໂນ້ຍ ມີປູຊະນີຍະສະຖານກ່ວາ 5.900 ແຫ່ງ, ມໍລະດົກວັດທະນະທະບໍ່ເປັນວັດຖຸ 1.793 ແຫ່ງ ແລະ ພິເສດມີກ່ວາ 1.200 ງານບຸນ ແລະ 1.350 ໝູ່ບ້ານອາຊີບຫັດຖະກຳ. ອາດເວົ້າໄດ້ວ່າ ແຫຼ່ງຊັບພະຍາກອນຂອງນະຄອນຫຼວງຮ່າໂນ້ຍ ແມ່ນໃຫຍ່ຫຼວງຫຼາຍ. ດັ່ງນັ້ນ, ງານບຸນອອກແບບປະດິດຄິດສ້າງຕ້ອງໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງສູງສຸດ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ