ໂດຍແມ່ນການເຄື່ອນໄຫວໃນຂອບເຂດລາຍການ “ວັນຫວຽດນາມ ຢູ່ຕ່າງປະເທດ 2023” ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ, “ວັນຫວຽດນາມ ຢູ່ ຝຣັ່ງ 2023” ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບພາບພົດຂອງປະເທດຫວຽດນາມ ທີ່ສວຍງາມ, ສະຫງົບສຸກ, ເປັນມິດ, ຮັກແພງແຂກຄົນ, ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະເຕັມໄປດ້ວຍມູນເຊື້ອວັດທະນະທໍາ. ລາຍການດັ່ງກ່າວໄດ້ຮັບຄວາມຫວັງວ່າຈະປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ຝຣັ່ງ ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ.

leftcenterrightdel
ພາບປະກອບຈາກ baochinhphu.vn.

ລາຍການມີ 2 ພາກສ່ວນຕົ້ນຕໍ, ໃນນັ້ນມີ: ລາຍການສະແດງສິລະປະ ແລະເຂດວັດທະນະທຳຫວຽດນາມ ຢູ່ ຝຣັ່ງ. ລາຍການສະແດງສິລະປະດ້ວຍຫົວຂໍ້ “ສີສັນຫວຽດນາມ” ໄດ້ນຳເອົາລາຍການສະແດງທີ່ຫຼາກຫຼາຍຮູບແບບຄື: ການຂັບລຳ, ຮ້ອງເພງວີ, ຢໍ້າ, ເພງພື້ນເມືອງທາງພາກໃຕ້, ຟ້ອນຈຳ, ເຊີດສິງໂຕ, ການສະແດງເສື້ອຍາວ. ໃນເຂດວັດທະນະທຳຫວຽດນາມ, ແຂກທ່ອງທ່ຽວສາມາດຮັບຊົມ 25 ຜົນງານແກະສະຫຼັກດ້ວຍຫົວຂໍ້ວ່າ “ສະຖາປັດຕະຍະກຳຂອງຝຣັ່ງ ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ”. ໃນລາຍການຍັງມີການເຄື່ອນໄຫວດ້ານວັດທະນະທຳ ຄື: ການຫຼິ້ນເຄື່ອງດົນຕີພື້ນເມືອງຂອງຫວຽດນາມ, ປັ້ນຕຸກກະຕາ, ພິມຮູບແຕ້ມດົງໂຮ່, ທົດລອງນຸ່ງເຄື່ອງບູຮານຂອງລາຊະວົງ ຫງວຽນ ຫຼື ກິນເຟີທີ່ນແຄມໝອງ.

ໂດຍ: ຈາງຫງວຽນ