ດ້ວຍຄວາມປາດຖະໜາຢາກໂຄສະນາເຜີຍແຜ່ຮູບພາບຫວຽດນາມ ທີ່ປ່ຽນແປງໃໝ່ ແລະພັດທະນາ, ຜ່ານນັ້ນ ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດຕັ້ງລາຍການ "ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ ປີ 2023" ດ້ວຍຫົວຂໍ້ວ່າ: ຖະແຫຼງຂ່າວ ແລະສື່ສານ, ຈຸດພົ້ນເດັ່ນໃນການພົວພັນຮ່ວມມືຫວຽດນາມ - ລາວ.

leftcenterrightdel
ກອງປະຊຸມຂ່າວກ່ຽວກັບວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ ປີ 2023. ພາບ: qdnd.vn

ປີນີ້, ຄະນະຈັດຕັ້ງລາຍການ ຈະຍູ້ແຮງການເຄື່ອນໄຫວສື່ສານການຕ່າງປະເທດຕື່ມອີກ ດ້ວຍ 3 ເສົາຄ້ຳຄື: ເພີ່ມທະວີການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະສື່ສານ ລະຫວ່າງຫວຽດນາມ - ລາວ; ເພີ່ມທະວີການເຄື່ອນໄຫວລົງທຶນ, ສົ່ງເສີມການຄ້າ ແລະການທ່ອງທ່ຽວລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມເວົ້າສະເພາະ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ພິເສດແມ່ນປະຊາຊົນຢູ່ບັນດາແຂວງຕິດກັບຊາຍແດນຫວຽດນາມ - ລາວ.

ລາຍການລວມມີກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ເຊິ່ງສະແດງໃຫ້ເຫັນໄມຕີຈິດມິດຕະພາບໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະງານພົບປະແລກປ່ຽນສິລະປະຫວຽດນາມ - ລາວ.

ນອກຈາກນັ້ນ ຍັງມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ, ພິເສດແມ່ນລະຫວ່າງປະຊາຊົນບັນດາເຜົ່າຂອງແຂວງເທື່ອທຽນເຫວ້ ກັບແຂວງສາລະວັນ ແລະແຂວງເຊກອງ; ລະຫວ່າງນັກສຶກສາຫວຽດນາມ ກັບນັກສຶກສາລາວ ທີ່ພວມດຳລົງຊີວິດ ແລະຮໍ່າຮຽນຢູ່ໃນແຂວງ ເທື່ອທຽນເຫວ້.

ໂດຍ: ທູຈາງ