ເຊີດຊູວັດທະນະທຳທີ່ດີງາມຂອງຊົນເຜົ່າສ່ວນໜ້ອຍ
ກປ.ອອນໄລ - ໃນຊຸມມື້ນີ້, ຢູ່ນະຄອນ ລາຍເຈົາ (ແຂວງ ລາຍເຈົາ), ປະຊາຊົນ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ໄດ້ມີໂອກາດເຂົ້າຮ່ວມບັນຍາກາດທີ່ເປັນເອກະລັກສະເພາະໃນງານບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍທີ່ມີຈຳນວນປະຊາກອນ ຕ່ຳກວ່າ 10.000 ຄົນ ຄັ້ງທຳອິດ ໃນປີ 2023.
ນີ້ແມ່ນເຫດການໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນ 11 ແຂວງ ຄື: ລາຍເຈົາ, ກາວບັງ, ໄທງວຽນ, ດ້ຽນບຽນ, ຮ່າຢາງ, ລາວກາຍ, ອຽນບ໋າຍ, ຕວຽນກວາງ, ເງະອານ, ກວາງບິ່ງ ແລະ ກອນຕຸມ ຈັດຕັ້ງ. ງານບຸນມີການເຂົ້າຮ່ວມຂອງຜູ້ຕາງໜ້າ 14 ຊົນເຜົ່າຄື: ບເຣົາ, ເຣີມາມ, ເອີດູ, ສີລາ, ປູແປວ, ໂບອີ, ກົງ, ເກີລາວ, ໂລໂລ, ມາງ, ລື້, ປາເທນ, ຈູດ ແລະງາຍ.
    |
 |
ນັກສິລະປະຊົນເຜົ່າ ກົງ (ເມືອງເໝືອງແຕ່, ແຂວງລາຍເຈົາ) ຟ້ອນພື້ນເມືອງ. ພາບ: qdnd.vn |
ດ້ວຍຫົວຂໍ້ “ອະນຸລັກ, ເສີມຂະຫຍາຍ ແລະເຜີຍແຜ່ສີສັນວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ”, ບັນດານັກສິລະປິນ, ນັກສິລະປິນບັນດາເຜົ່າທີ່ມີປະຊາກອນຕໍ່າກວ່າ 10.000 ຄົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ງານມະໂຫລານສິລະປະມະຫາຊົນ; ການສະແດງຊຸດອາພອນປະຈຳເຜົ່າ; ອາຊີບຫັດຖະກໍາພື້ນເມືອງ; ການສະແດງ, ແນະນຳງານບຸນ, ການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອ; ວາງສະແດງ, ແນະນຳ, ໂຄສະນາວັດທະນະທຳຂອງທ້ອງຖິ່ນ; ວາງສະແດງ, ປຸງແຕ່ງ ແລະແນະນຳສິລະປະອາຫານການກິນ...
ໂດຍ: ຈາງຫງວຽນ