leftcenterrightdel
ພິທີມອບລາງວັນ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ. ພາບ: Vov.vn

ຕອນຄ່ຳວັນທີ 29 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ງານມະໂຫລານຮູບເງົາສັ້ນນະຄອນ ໂຮ່ຈີມິນ ຄັ້ງທີ 1 ປີ 2023 ໄດ້ອັດລົງ ພາຍຫຼັງດຳເນີນມາເປັນເວລາ 3 ວັນ.

ງານມະໂຫລານຮູບເງົາສັ້ນ ນະຄອນ ໂຮ່ຈີມິນ ຄັ້ງທີ 1 ມີທັງໝົດ 96 ເລື່ອງເຂົ້າຮ່ວມການປະກວດ, ເຊິ່ງໃນນັ້ນ ມີຮູບເງົາເລື່ອງສັ້ນ 60 ເລື່ອງ, ຮູບເງົາເອກະສານ 23 ເລື່ອງ ແລະ ຮູບເງົາກະຕູນ 13 ເລື່ອງ. ຄະນະຈັດຕັ້ງໄດ້ມອບ 24 ລາງວັນໃຫ້ບັນດາປະເພດຮູບເງົາຕ່າງໆ, ລວມມີ: ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 9 ຫຼຽນ ແລະ ລາງວັນຊົມເຊີຍ 9 ລາງວັນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ