ເລີ່ມດຳເນີນລາຍການ “ຂີດໝາຍຫວຽດນາມ”
ກປ.ອອນໄລ - ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມຕິດຕໍ່ສື່ສານກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງການແນະນໍາລາຍການ “ຂີດໝາຍຫວຽດນາມ”.
ລາຍການໄດ້ຮັບການສ້າງຕັ້ງເພື່ອແນໃສ່ຕອບສະໜອງແຜນຮ່າງ “ວັນເຊີດຊູພາສາຫວຽດນາມ ຢູ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ພາຍໃຕ້ການອຸປະຖໍາຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ.
    |
 |
ກອງປະຊຸມຂ່າວແນະນໍາກ່ຽວກັບລາຍການ “ຂີດໝາຍຫວຽດນາມ”. ພາບ: baochinhphu.vn |
ດ້ວຍຮູບການບັນດາລາຍການທີ່ອອກອາກາດປະຈໍາໄລຍະໃນຊ່ອງ VTV4 ເພື່ອແນໃສ່ປຸກລະດົມນ້ຳໃຈຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ສົ່ງເສີມຈິດໃຈເຊີດຊູຊາດ, ເຊີດຊູສະຕິປັນຍາ ແລະຄຸນນະທາດຂອງຊາວຫວຽດນາມ ໃນທຸກຍຸກສະໄໝ, ປະກອບສ່ວນໂຄສະນາເຜີຍແຜ່ບັນດາຄຸນຄ່າຫວຽດນາມ ໃນປະຊາຄົມສາກົນ, ພ້ອມທັງຍົກສູງຄວາມສາມາດດ້ານພາສາຫວຽດນາມ, ພິເສດແມ່ນສໍາລັບລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ໃນຂອບເຂດຂອງແຜນງຮ່າງ, ລາຍການ “ຂີດໝາຍຫວຽດນາມ” ຈະອອກອາກາດແຕ່ເດືອນ ພຶດສະພາ ປີ 2023 – ເດືອນມັງກອນ ປີ 2025. ຫົວເລື່ອງສະເພາະທຳອິດແມ່ນ ລຸງໂຮ່ ກັບຄວາມບໍລິສຸດຂອງພາສາຫວຽດນາມ, ອອກອາກາດໃນວັນທີ 19 ພຶດສະພາ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 133 ປີ.
ໂດຍປະຕິບັດຢ່າງພິຖິພິຖັນ ແລະເປັນມືອາຊີບ, ລາຍການ “ຂີດໝາຍຫວຽດນາມ” ຫວັງວ່າຈະປະກອບສ່ວນເຊີດຊູຄຸນຄ່າມະນຸດຊາດຂອງຊາວຫວຽດນາມ ແລະຊາດຫວຽດນາມ, ເຊີດຊູສັນຍາລັກອັນດີງາມກ່ຽວກັບຈິດໃຈເມດຕາ ຂອງຊາວຫວຽດນາມ ພາຍໃນປະເທດ ແລະໃນໂລກ, ກໍ່ຄືແນະນຳໃຫ້ໂລກຮູ້ເຖິງບັນດາຜົນງານທີ່ເປັນເອກະລັກສະເພາະ, ພົ້ນເດັ່ນຂອງຫວຽດນາມ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ.
ໂດຍ: ທະນາພອນ