leftcenterrightdel
ພິທີແຫ່ທວນໄຟ ຊີເກມ 32 ແລະອາຊຽນ ປາຣາເກມ 12 ຢູ່ຮ່າໂນ້ຍ. ພາບ: ຕວນຮຸຍ.

ທວນໄຟໄດ້ເອົາມາຈາກວິຫານ Angkor Wat ແລະໄດ້ແຫ່ຜ່ານບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະກັບຄືນກໍາປູເຈຍ ໃນເດືອນພຶດສະພາ ປີ 2023, ຈູດທວນໄຟ ຊີເກມ 32 ແລະ ອາຊຽນ ປາຣາເກມ 12. ຢູ່ຮ່າໂນ້ຍ, ທວນໄຟໄດ້ແຫ່ໄປຕາມໄລຍະທາງຍາວ 3 ກິໂລແມັດ ຈາກສະຖານທູດກໍາປູເຈຍ ປະຈໍາ ຫວຽດນາມ ຜ່ານບາງເສັ້ນທາງຂອງນະຄອນຫຼວງ ແລະສິ້ນສຸດຢູ່ຈຸດເລີ່ມຕົ້ນ. ຊີເກມ 32 ຈະດໍາເນີນໃນລະຫວ່າງວັນທີ 5-17 ເດືອນພຶດສະພາ; ອາຊຽນ ປາຣາເກມ 12 ຈະຈັດຕັ້ງໃນລະຫວ່າງວັນທີ 3-9 ເດືອນມີຖຸນາ ຢູ່ກໍາປູເຈຍ.

ໂດຍ: ຈາງຫງວຽນ