leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ນາມຫງວຽນ

ງານວາງສະແດງໄດ້ແນະນໍາຮູບພາບ, ເອກະສານ, ວັດຖຸພັນ ກວ່າ 200 ຢ່າງກ່ຽວກັບເຫດການ, ຜູ້ຄົນ, ຜົນງານດີເດັ່ນທີ່ໄດ້ປະກອບສ່ວນສ້າງໂສມໜ້າຂອງພື້ນຖານຮູບເງົາຂອງປະເທດໃນ 70 ປີຜ່ານມາ, ລວມມີ 3 ຫົວຂໍ້: “ການກຳເນີດຂອງຮູບເງົາປະຕິວັດຫວຽດນາມ”; “ບັນດາຜົນງານດີເດັ່ນຜ່ານງານມະໂຫລານຮູບເງົາຫວຽດນາມ 22 ຄັ້ງ” ແລະ “ເຊີດຊູນັກສິລະປິນຮູບເງົາ” ແນະນໍານັກສິລະປິນຮູບເງົາ 75 ຄົນທີ່ໄດ້ຮັບນາມມະຍົດນັກສິລະປິນປະຊາຊົນ... ໃນຂອບເຂດງານວາງສະແດງ, ຄະນະຈັດຕັ້ງໄດ້ສາຍຮູບເງົາດີເດັ່ນຮັບໃຊ້ຜູ້ຊົມ. ງານວາງສະແດງຈະດໍາເນີນໄປຮອດວັນທີ 19 ມີນາ.

ໂດຍ: ຈາງຫງວຽນ