ກ່າວຄໍາເຫັນທີ່ເຫດການ, ທ່ານນາງ Teresa Melendez Rivas ເຈົ້າຄອງນະຄອນ Caracas ໃຫ້ຮູ້ວ່າ ງານບຸນແມ່ນເຫດການວັດທະນະທໍາທີ່ເປັນມູນເຊື້ອສໍາຄັນ ແລະໃຫຍ່ທີ່ສຸດຂອງເວເນຊູເອລາ. ໃນປີ 2023, ນະຄອນຫຼວງ Caracas ຈັດຕັ້ງເຫດການດັ່ງກ່າວຂຶ້ນຢ່າງສົມກຽດດ້ວຍການເຂົ້າຮ່ວມຂອງບາງປະເທດເພື່ອນມິດ, ໃນນັ້ນມີຫວຽດນາມ.

leftcenterrightdel
ບັນດານັກສິລະປິນຫວຽດນາມ ແລະເວເນຊູເອລາ ເຂົ້າຮ່ວມງານບຸນ Carnaval. ພາບ: baoquocte.vn

ນີ້ແມ່ນຄັ້ງທໍາອິດທີ່ປະຊາຊົນຢູ່ນະຄອນຫຼວງ Caracas ໄດ້ຮັບຊົມຈຸດຄວາມງາມທີ່ເປັນເອກະລັກສະເພາະ, ວາດຟ້ອນທີ່ເຕັມໄປດ້ວຍວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ. ບັນດາວາດຟ້ອນ ແລະຊຸດອາພອນປະຈໍາຊາດຂອງຫວຽດນາມ ສົມທົບກັບວາດຟ້ອນຂອງເວເນຊູເອລາ ໄດ້ສ້າງເປັນຈຸດຄວາມງາມທີ່ເປັນເອກະລັກສະເພາະ ແລະດຶງດູດໃຈ, ປະກອບສ່ວນຊ່ວຍໃຫ້ປະຊາຊົນເວເນຊູເອລາ ມີຄວາມເຂົ້າໃຈກ່ຽວກັບວັດທະນະທໍາ, ປະເທດຊາດ, ຊາວຫວຽດນາມ ກວ່າອີກ, ນໍາປະເທດຫວຽດນາມ ເຂົ້າໃກ້ກັບຊາວເວເນຊູເອລາ ຢ່າງມີຊີວິດຊີວາ.

ໂດຍ: ທູຈາງ