leftcenterrightdel
ບັນດາທີມເຂົ້າຮ່ວມການແຂ່ງຂັນຊ່ວງເຮືອ. ພາບ: baodongnai.com.vn

ການແຂ່ງຂັນຊ່ວງເຮືອປີນີ້ມີການເຂົ້າຮ່ວມຂອງ 8 ທີມທີ່ຢູ່ພາຍໃນ ແລະຕ່າງແຂວງ. ບັນດາສີພາຍຈະແຂ່ງຂັນຢູ່ສອງໄລຍະທາງລວມມີ 500 ແມັດ ແລະ 1.000 ແມັດຕາມລາຍການເປີດກວ້າງ ແລະພາຍໃນແຂວງ. ສີພາຍເຮືອ ແທງດາ (ນະຄອນໂຮ່ຈີມິນ) ຍາດໄດ້ໄຊຊະນະຢູ່ໄລຍະທາງ 500 ແມັດ ເປີດກວ້າງ ແລະສີພາຍເຮືອ ແທກເຝືອກ (ບິ່ງເຢືອງ) ຍາດໄດ້ໄຊຊະນະຢູ່ໃນໄລຍະທາງ 1.000 ແມັດ ເປີດກວ້າງ. ສີພາຍເຮືອ ລາງ່າ (ເມືອງ ດິ້ງກ໊ວນ) ຍາດໄດ້ໄຊຊະນະຢູ່ທັງສອງໄລຍະທາງ 500 ແມັດ, 1.000 ແມັດ ລາຍການພາຍໃນແຂວງດົ່ງນາຍ.

ໂດຍ: ໄຊນີດາ