leftcenterrightdel
ແນະນໍາສິລະປະ ຮ້ອງເສີມ ຢູ່ “Festival ນິງບິ່ງ 2022 - ຈ່າງອານ ເຊື່ອມຕໍ່ມໍລະດົກ”. ພາບ: ຮວ່າຍເຟືອງ.

ດ້ວຍຫົວຂໍ້ “ພົບປະແລກປ່ຽນ-ເຊື່ອມຕໍ່-ແຜ່ຂະຫຍາຍ”, ພິທີປິດແມ່ນສະຖານທີ່ພົບປະ, ແລກປ່ຽນສິລະປະວັດທະນະທຳ ແລະຖອດຖອນບົດຮຽນລະຫວ່າງເຈົ້າພາບ ແມ່ນແຂວງນິງບິ່ງ ກັບ 14 ແຂວງ, ນະຄອນໃນທົ່ວປະເທດ ທີ່ມີມໍລະດົກວັດທະນະທຳ. ໂດຍດຳເນີນໃນເວລາ 3 ວັນ, “Festival ນິງບິ່ງ 2022 - ຈ່າງອານ ເຊື່ອມຕໍ່ມໍລະດົກ” ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ  ຜ່ານບັນດາການເຄື່ອນໄຫວທີ່ສ້າງຄວາມດຶງດູດໃຈ ຄື: ງານວາງສະແດງມໍລະດົກວັດທະນະທໍາ ແລະປະຫວັດສາດ, ງານບຸນຕາມທ້ອງຖະໜົນ, ງານດົນຕີມໍລະດົກວັດທະນະທຳ ແລະສຽງເພງທັນສະໄໝ.. ຜ່ານເຫດການຄັ້ງນີ້, ຄະນະກຳມະການປະຊາຊົນແຂວງນິງບິ່ງ ປາດຖະໜາຢາກສ້າງ festival ໃຫ້ກາຍເປັນເຄື່ອງໝາຍໃຫ້ແກ່ວັດທະນະທຳນິງບິ່ງ.

ໂດຍ: ໄຊຊະນະ