leftcenterrightdel
ຄະນະຈັດຕັ້ງແຈ້ງຂ່າວກ່ຽວກັບກອງປະຊຸມສໍາມະນາການທ່ອງທ່ຽວປີ 2021. ພາບ: ຕວ່ານລີງ

ຕາມນັ້ນແລ້ວ, ກອງປະຊຸມສຳມະນາໂດຍກຳມາທິການວັດທະນະທຳ ແລະການສຶກສາສະພາແຫ່ງຊາດ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ,ແຂວງເງະອານ ຈັດຕັ້ງໃນວັນທີ 25 ທັນວາ. ກອງປະຊຸມສຳມະນາຄາດວ່າ ຈະດຶງດູດການເຂົ້າຮ່ວມໂດຍກົງຂອງຜູ້ແທນ 150 ຄົນ ຢູ່ແຂວງເງະອານ ແລະປະມານ 3.000 ຄົນຜ່ານທາງອອນລາຍຢູ່ 19 ຈຸດເຊື່ອມຕໍ່ໃນທົ່ວປະເທດ.

ກອງປະຊຸມສຳມະນາແນໃສ່ຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງການທ່ອງທ່ຽວ, ກາລະໂອກາດ ແລະສິ່ງທ້າທາຍທີ່ວາງອອກໃຫ້ແກ່ຂະແໜງການທ່ອງທ່ຽວຫວຽດນາມ; ປຶກສາຫາລືບັນດາທິດທາງ, ມາດຕະການຟື້ນຟູ ແລະພັດທະນາການທ່ອງທ່ຽວຫວຽດນາມ ຢ່າງວ່ອງໄວ ແລະຍືນຍົງ; ສະເໜີໃຫ້ສະພາແຫ່ງຊາດ ແລະລັດຖະບານມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດ ແລະປະຊາຊົນ; ສະໜອງຂໍ້ມູນເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຕັດສິນບັນດານະໂຍບາຍບຸກທະລຸ ແນໃສ່ຟື້ນຟູ ແລະພັດທະນາການທ່ອງທ່ຽວໃນສະພາບ “ປົກກະຕິໃໝ່”.

ໂດຍ: ທະນາພອນ