ນີ້ແມ່ນສັນຍາສະບັບທີສອງໃນຮອບເວລາພຽງເຄິ່ງປີຂອງ Viettel ຢູ່ຕະຫຼາດນີ້, ດ້ວຍຍອດມູນຄ່າເກືອບ 2 ລ້ານໂດລາສະຫະລັດ. ເຫດການນີ້ເປັນຂີດໝາຍບາດລ້ຽວສຳຄັນຂອງ Viettel ບົນເສັ້ນທາງພິຊິດຂົງເຂດເຕັກໂນໂລຢີສູງຢູ່ ຟິລິບປິນ.

ເດືອນ ມີນາ 2024, Viettel ໄດ້ເຊັນສັນຍາສະບັບທໍາອິດດ້ວຍຄໍາໝັ້ນສັນຍາຜັນຂະຫຍາຍບັນດາລະບົບຈຳລອງການຍິງປືນທີ່ໄດ້ອອກແບບສະເພາະ, ສອດຄ່ອງກັບລັກສະນະສະເພາະຂອງກຳລັງຕຳຫຼວດແຫ່ງຊາດ ຟິລິບປິນ. ທີ່ເຫດການນີ້, Viettel ໄດ້ມອບໃຫ້ຄູ່ຮ່ວມມື ContactPoint, Inc ແລະຜູ້ຕາງໜ້າຕໍາຫຼວດແຫ່ງຊາດ ຟິລິບປິນ. ລະບົບໂດຍ Viettel ເປັນເຈົ້າຂອງເຕັກໂນໂລຢີຫຼັກດ້ວຍຄວາມສາມາດດັດປັບສູງ ເຊິ່ງໄດ້ເພີ່ມເຕີມຄວາມສາມາດ ແລະຄຸນປະໂຫຍດພິເສດກວ່າ 90% ຕາມຄວາມຮຽກຮ້ອງໃນການຫັດແອບຂອງລູກຄ້າ. ພິເສດ, Viettel ໄດ້ຜະລິດອຸປະກອນຊ່ວຍໜູນປືນພິເສດຫຼາຍປະເພດ, ຄື: Glock, Taurus ແລະ M16 Rifle, ພັດທະນາໂມດູນຊອບແວຫັດແອບຍິງປືນໃໝ່... ຊ່ວຍຍົກສູງຄຸນນະພາບການບຳລຸງສ້າງ ແລະກະກຽມສູ້ຮົບ.

leftcenterrightdel
ຜູ້ຕາງໜ້າຂອງບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຢີສູງ Viettel ແລະບໍລິສັດ ContactPoint, Inc ເຊັນສັນຍາສະໜອງລະບົບຈໍາລອງຫັດແອບຍິງປືນ. ພາບ: ມາຍເຮືອງ

ທ່ານ Radel Ramos, ຜູ້ອໍານວຍການຮັບໃຊ້ການບໍາລຸງສ້າງຂອງຕໍາຫຼວດແຫ່ງຊາດ ຟິລິບປິນ ສະແດງຄວາມປະຫຼາດໃຈຕໍ່ໜ້າຄວາມສະດຸງໄວ ແລະໄຫວພິບຂອງ Viettel ໃນການຕອບສະໜອງຄວາມຮຽກຮ້ອງດ້ານເຕັກນິກ. ທ່ານ ເນັ້ນໜັກວ່າ: “Viettel ບໍ່ພຽງແຕ່ນໍາມາເຊິ່ງມາດຕະການເຕັກໂນໂລຢີກ້າວໜ້າເທົ່ານັ້ນ ຫາກຍັງຊ່ວຍກຳລັງຂອງພວກຂ້າພະເຈົ້າ ຍົກສູງຄວາມສາມາດໃນການຫັດແອບຢ່າງຈະແຈ້ງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງ ຟິລິບປິນ”.

ທ່ານ Cesar Jr. Manuel, ຜູ້ອໍານວຍການບໍລິຫານບໍລິສັດ ContactPoint, Inc ກໍ່ແບ່ງປັນວ່າ: “ພວກຂ້າພະເຈົ້າ ໄດ້ຊອກຫາຫຼາຍບ່ອນແລ້ວ ແຕ່ວ່າບໍ່ມີຄູ່ຮ່ວມມືໃດຢູ່ໃນໂລກຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພວກຂ້າພະເຈົ້າ, ຄື: Viettel. ຍິ່ງໄປກວ່ານັ້ນ, ລາຄາຂອງ Viettel ກໍ່ມີລັກສະນະແກ່ງແຍ້ງກວ່າເມື່ອທຽບໃສ່ບໍລິສັດອື່ນ”. ສິ່ງນີ້ໄດ້ສ້າງທ່າໄດ້ປຽບໃນການແກ່ງແຍ້ງໃຫ້ Viettel ຢູ່ຕະຫຼາດສາກົນ.

ຕາມທ່ານ ຫງວຽນຫວູຮ່າ, ຜູ້ອຳນວຍການ Viettel High Tech ແລ້ວ, Viettel ໃຫ້ຄໍາໝັ້ນສັນຍາວ່າຈະສະໜອງບັນດາຜະລິດຕະພັນກ້າວໜ້າທີ່ສຸດ ແລະມີຄຸນນະພາບສູງສຸດຢູ່ ຟິລິບປິນ ເວົ້າສະເພາະ ແລະຕະຫຼາດສາກົນເວົ້າລວມ, ປະກອບສ່ວນຍົກສູງຄຸນນະພາບການຫັດແອບ ແລະຫຼຸດຜ່ອນລາຍຈ່າຍບຳລຸງສ້າງ. ຜົນສຳເລັດຂອງລະບົບໂມດູນຫັດແອບຍິງປືນແມ່ນຫຼັກຖານພະຍານໃຫ້ຄວາມສາມາດດ້ານເຕັກໂນໂລຢີຂອງ Viettel, ເຊິ່ງໄດ້ກໍ່ສ້າງໃນຫຼາຍປີແຫ່ງການຄົ້ນຄວ້າ ແລະພັດທະນາ.

ດ້ວຍທ່າໄດ້ປຽບແມ່ນເຈົ້າຂອງເຕັກໂນໂລຢີຫຼັກ, Viettel ບໍ່ພຽງແຕ່ອັບເດດຄວາມສາມາດ, ຄູນປະໂຫຍດພິເສດທີ່ກ້າວໜ້າເທົ່ານັ້ນ ຫາກຍັງຫັນເປັນລະບົບດີທີສຸດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າອີກດ້ວຍ, ສິ່ງທີ່ຄູ່ແຂ່ງສາກົນຍາກທີ່ຈະປະຕິບັດໄດ້. ລະບົບຈຳລອງຂອງ Viettel ໄດ້ຜ່ານການກວດກາຢ່າງເຄັ່ງຄັດ, ຮັບປະກັນເວລາກຳນົດ ແລະປະສິດທິຜົນການນຳໃຊ້ໃນທຸກເງື່ອນໄຂ. ໃນໄລຍະມໍ່ໆມານີ້, Viettel ບັນລຸໄດ້ບາດກ້າວກະໂດດຂັ້ນໃນການຄົ້ນຄວ້າ ແລະສົ່ງອອກຜະລິດຕະພັນເຕັກໂນໂລຢີສູງທີ່ມີເຄື່ອງໝາຍການຄ້າ "Make in Vietnam", ຢັ້ງຢືນຖານະບົດບາດແກ່ງແຍ້ງຂອງ Viettel ໃນຕະຫຼາດສາກົນ ແລະປັບປຸງຖານະທີ່ຕັ້ງຂອງ Viettel ແມ່ນກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກຂອງ ຫວຽດນາມ.

ໂດຍ: ແສງເດືອນ