ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Mumbai ໄດ້ສົມທົບກັບແຂວງນິງບິ່ງ ຈັດຕັ້ງບັນດາການເຄື່ອນໄຫວແນໃສ່ສົ່ງເສີມການໂຄສະນາທ່ອງທ່ຽວ, ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດຂອງແຂວງໃຫ້ບັນດາຄູ່ຮ່ວມມື, ໃນນັ້ນມີສອງເຫດການສຳຄັນນັ້ນແມ່ນກອງປະຊຸມກັບສະຫະພັນການທ່ອງທ່ຽວອິນເດຍ (TAFI) ແລະກອງປະຊຸມໂອ້ລົມສົນທະນາກັບບາງອົງການທ່ອງທ່ຽວ ແລະນັກຜະລິດຮູບເງົາ Bollywood ຢູ່ Mumbai.

leftcenterrightdel
ທ່ານ ຟ້າມກວາງຫງອັກ ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ແລະຜູ້ຕາງໜ້າສະຫະພັນການທ່ອງທ່ຽວອິນເດຍ (TAFI) ທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ສອງເຫດການດັ່ງກ່າວ, ທ່ານ ຟ້າມກວາງຫງອັກ ເນັ້ນໜັກວ່າ ແຂວງນິງບິ່ງ ໄດ້ຕັ້ງໜ້າພັດທະນາການທ່ອງທ່ຽວຢ່າງຮອບດ້ານ, ພ້ອມທັງອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ, ທິວທັດທຳມະຊາດທີ່ເປັນເອກະລັກເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ. ແຂວງນິງບິ່ງ ຍາມໃດກໍ່ຍິນດີຕ້ອນຮັບວິສາຫະກິດ, ນັກລົງທຶນ, ອົງການທ່ອງທ່ຽວ, ຮູບເງົາຂອງອິນເດຍ ມາສຶກສາຊອກຮູ້, ຄົ້ນຫາ ແລະສໍາຫຼວດ ເພື່ອຈັດຕັ້ງລາຍການທ່ອງທ່ຽວບຳລຸງສຸຂະພາບສົມທົບກັບການຈັດກອງປະຊຸມ, ກອງປະຊຸມສໍາມະນາ ຫຼື ສົມທົບກັບການຈັດງານດອງ, ສ້າງຮູບເງົາ... ພ້ອມທັງໃຫ້ຄໍາໝັ້້ນສັນຍາວ່າຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ຄູ່ຮ່ວມມືເພີ່ມທະວີການຊຸກຍູ້ພັດທະນາການທ່ອງທ່ຽວອິນເດຍ ໄປຍັງຫວຽດນາມ ເວົ້າລວມ ແລະແຂວງນິງບິ່ງ ເວົ້າສະເພາະໃຫ້ສອດຄ່ອງກັບເປົ້າໝາຍພັດທະນາຂອງແຂວງ.

ທ່ານ ເລກວາງບຽນ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Mumbai ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດທ່ອງທ່ຽວ, ວັດທະນະທຳ, ຮູບເງົາ Bollywood ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ແລະຕິດພັນປະຊາຊົນສອງປະເທດ ຫວຽດນາມ-ອິນເດຍ, ພ້ອມທັງຢັ້ງຢືນວ່າ ແຂວງນິງບິ່ງ ມີຄວາມສາມາດບົ່ມຊ້ອນ ແລະທ່າແຮງອັນໃຫຍ່ຫຼວງເພື່ອກາຍເປັນຈຸດໝາຍປາຍທາງທີ່ນິຍົມຊົມຊອບຂອງນັກທ່ອງທ່ຽວອິນເດຍ.

ໂດຍ: ເຈິ່ນຮວ່ຽນ