ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ແບ່ງປັນວ່າ ຫວຽດນາມ ແລະຊູແອັດ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍປະຫວັດສາດ 55 ປີ. ໃນໄລຍະເຄິ່ງກວ່າສະຕະວັດຜ່ານມາ, ສອງປະເທດໄດ້ຕັ້ງໜ້າກໍ່ສ້າງ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນສອງຝ່າຍໃຫ້ນັບມື້ນັບໝັ້ນຄົງ, ເຂົ້າສູ່ລວງເລິກ ແລະບັນລຸໄດ້ບັນດາຜົນງານເປັນໜ້າເອກອ້າງທະນົງໃຈໃນຫຼາຍຂົງເຂດ. ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຕີລາຄາສູງນ້ຳໃຈມິດຕະພາບ, ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າຂອງຊູແອັດ ໃນພາລະກິດພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ  ຕ້ອນຮັບທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະເຮືອນຢູ່ ຊູແອັດ. ພາບ: vov.vn

ເນັ້ນໜັກວ່າ ຫວຽດນາມ ແລະຊູແອັດ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ, ຍາວນານ, ໄວ້ເນື້ອເຊື່ອໃຈກັນ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງໃນການຮ່ວມມື, ອີງໃສ່ ແລະພ້ອມກັນແບ່ງປັນທ່າແຮງຂອງຕົນ. ບັນດາວິສາຫະກິດ ຊູແອັດ ສາມາດຊອກຫາຄູ່ຮ່ວມມືທີ່ເໝາະສົມຂອງຫວຽດນາມ ໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງອັດສະລິຍະ, ການຫັນປ່ຽນພະລັງງານຂຽວ, ເຄືອຂ່າຍໄຟຟ້າອັດສະລິຍະ, ການປ່ຽນແປງໃໝ່ປະດິດສ້າງ... ລັດຖະບານສອງປະເທດຄວນມີແຜນການຮ່ວມມືຢ່າງລະອຽດ, ມອບຄວາມຮັບຜິດຊອບໃຫ້ແຕ່ລະກະຊວງ, ຂະແໜງການ ແລະທ້ອງຖິ່ນເພື່ອຜັນຂະຫຍາຍໂດຍໄວ, ແທດຈິງ ແລະມີປະສິດທິຜົນ.

ຂອບອົກຂອບໃຈທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານລັດຖະມົນຕີ Andreas Carlson ໃຫ້ຮູ້ວ່າ ບັນດາວິສາຫະກິດຊູແອັດ ຕີລາຄາວ່າ ມີຫຼາຍກາລະໂອກາດຮ່ວມມື ແລະລົງທຶນໃນຂົງເຂດໂທລະຄົມມະນາຄົມ, ຕົວເມືອງອັດສະລິຍະຢູ່ຫວຽດນາມ. ຄຽງຂ້າງນັ້ນ, ນັມມື້ນັບມີຊາວຊູແອັດ ຫຼາຍຄົນເລືອກຫວຽດນາມ ເປັນປະເທດມາທ່ອງທ່ຽວ ແລະຄົ້ນຫາ.

ທ່ານ Andreas Carlson ຫວັງວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງຜ່ານບັນດາໂຄງການຮ່ວມມືລະຫວ່າງລັດຖະບານ, ວິສາຫະກິດສອງປະເທດ ກໍ່ຄືການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳປະຊາຊົນ.

ໂດຍ: ຈາງຫງວຽນ