ທີ່ການເຮັດວຽກ, ທ່ານນາງ ເລທິທຸຍ ເລຂາພັກແຂວງຮ່ານາມ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານເລຂາພັກນະຄອນໜານໜິງ Nong Shengwen ແລະຄະນະປະຕິບັດງານອຳນາດການປົກຄອງນະຄອນ ມາຢ້ຽມຢາມ ແລະເຮັດວຽກຢູ່ທ້ອງຖິ່ນ. ພ້ອມທັງໃຫ້ຮູ້ວ່າ, ດ້ວຍສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ, ຮ່ານາມ ພວມແມ່ນສະຖານທີ່ຂອງນັກລົງທຶນທັງພາຍໃນ ແລະຕ່າງປະເທດຫຼາຍແຫ່ງ, ໃນນັ້ນມີ 46 ໂຄງການຂອງນັກລົງທຶນຈີນ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 414 ລ້ານໂດລາສະຫະລັດ. ປະຈຸບັນ, ບັນດາວິສາຫະກິດນີ້ພວມເຄື່ອນໄຫວຜະລິດ-ດຳເນີນທຸລະກິດຢ່າງໝັ້ນຄົງ ແລະນັບມື້ນັບພັດທະນາ, ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານ; ນຳມາເຊິ່ງກຳໄລໃຫ້ວິສາຫະກິດ ແລະປະກອບສ່ວນເຂົ້າໃນການພັດທະນາຂອງແຂວງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ

ຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະເຄົາລົບນັບຖືຂອງການນຳແຂວງຮ່ານາມ, ທ່ານ Nong Shengwen ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນໜານໜິງ ແລະແຂວງຮ່ານາມ ສ້າງສາຍພົວພັນຮ່ວມມືສອງຝ່າຍໃນຂົງເຂດອຸດສາຫະກໍາ, ກະສິກຳ, ຄົມມະນາຄົມ; logistics; ການພົບປະແລກປ່ຽນ, ຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທໍາ, ການທ່ອງທ່ຽວ... ພ້ອມທັງ, ສະແດງຄວາມນັບຖືຕໍ່ການເຊື້ອເຊີນການນຳແຂວງຮ່ານາມມາເຂົ້າຮ່ວມງານຕະຫຼາດນັດຈີນ-ອາຊຽນ ແລະກອງປະຊຸມພົບປະແລກປ່ຽນລະຫວ່າງບັນດາແຂວງ, ນະຄອນໃນແລວເສດຖະກິດໜານໜິງ-ຮ່າໂນ້ຍ ໃນເດືອນກັນຍາ 2024 ເພື່ອເພີ່ມທະວີຄວາມເຂົ້າໃຈ, ເພີ່ມທະວີການຮ່ວມມື, ປະກອບສ່ວນເຂົ້າໃນການພົວພັນມິດຕະພາບອັນຍາວນານລະຫວ່າງສອງປະເທດ ເວົ້າລວມ ແລະສອງທ້ອງຖິ່ນເວົ້າສະເພາະ.

ໂດຍ: ເຈິ່ນຮວ່ຽນ