ທີ່ກອງປະຊຸມປຶກສາດ້ານການເມືອງ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຫຼາຍມາດຕະການ ແນໃສ່ສ້າງບາດກ້າວບຸກທະລຸໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025.

ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່, ການພົບປະ ແລະແລກປ່ຽນຂໍ້ມູນຂ່າວສານຢ່າງແຂງແຮງ, ສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນສົ່ງອອກຕົ້ນຕໍຂອງສອງປະເທດຄື: ເຂົ້າສານ, ໝາກມ່ວງຫິມະພານ... ພ້ອມທັງ ເປີດກວ້າງການສົ່ງອອກໄປຍັງຜະລິດຕະພັນປະເພດຕ່າງໆທີ່ມີທ່າແຮງຄື: ກາກາວ, ທາດເຄມີ, ຍານພາຫະນະ 2 ລໍ້...; ເພີ່ມທະວີການແບ່ງປັນກາລະໂອກາດ ແລະ ບັນດາໂຄງການລົງທຶນຢູ່ແຕ່ລະປະເທດ, ຍູ້ໄວການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍກ່ຽວກັບການຄ້າ ແລະ ການລົງທຶນ... ເພື່ອແນໃສ່ສ້າງແລວທາງດ້ານນິຕິກໍາທີ່ສະດວກ ໃຫ້ແກ່ການຮ່ວມມືສອງຝ່າຍ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Wautabouuna Ouattara ລັດຖະມົນຕີຮັບຜິດຊອບການຕ່າງປະເທດກົດດີວົວ. ພາບ: mofa.gov.vn

ສ່ວນທ່ານລັດຖະມົນຕີ Wautabouna Ouattara ຢືນຢັນໂດຍຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດທາງດ້ານກະສິກຳ ແລະຫວັງວ່າ ຫວຽດນາມ ຈະໜູນຊ່ວຍ ກົດດີວົວ ໃນການຜະລິດເຂົ້າສານ ແລະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ກົດດີວົວ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ, ໃຫ້ບຸລິມະສິດແກ່ບັນດາວິສາຫະກິດຫວຽດນາມ ເປີດສາຂາ ແລະລົງທຶນຢູ່ ກົດດີວົວ, ຜ່ານນັ້ນຊ່ວຍ ກົດດີວົວ ບັນລຸເປົ້າໝາຍຍຸດທະສາດພັດທະນາປະເທດຊາດໂດຍໄວ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິລະປະ ແລະການສະແດງ Abidjan (MASA) 2024. ພາບ: mofa.gov.vn

ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Konate Sidiki ຮອງປະທານສະພາແຫ່ງຊາດກົດດີວົວ ແລະ ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງວິສາຫະກິດ ຫວຽດນາມ - ກົດດີວົວ ໂດຍຫ້ອງການການຄ້າ ແລະອຸດສາຫະກຳກົດດີວົວ ເປັນປະທານ. ໃນລາຍການເຄື່ອນໄຫວຢູ່ ກົດດີວົວ, ໂດຍໄດ້ຮັບຄຳເຊີນຂອງທ່ານ Francoise Remarck ລັດຖະມົນຕີກະຊວງວັດທະນະທຳກົດດີວົວ, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ເຂົ້າຮ່ວມງານຕະຫຼາດນັດສິລະປະ ແລະການສະແດງ Abidjan (MASA) 2024.

ໂດຍ: ທູຈາງ