ຂໍ້ມູນຄັດມາຈາກກົມໃຫຍ່ພາສີ, ກົມຕະຫຼາດອາຊີ - ອາຟະຣິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ໃນ 2 ເດືອນຕົ້ນປີ 2024, ວົງເງິນການນຳເຂົ້າ-ສົ່ງອອກຂອງທັງສອງປະເທດບັນລຸ 276,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸ 93,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ການນໍາເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 183 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ກໍ່ຕາມຂໍ້ມູນຈາກກົມໃຫຍ່ພາສີແລ້ວ, ໃນ 2 ເດືອນຕົ້ນປີ, ນ້ຳມັນເຊື້ອໄຟ, ເຫຼັກກ້າ, ເຄື່ອງຈັກ ແລະອຸປະກອນ... ຍັງຄົງແມ່ນສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ. ໃນທິດກົງກັນຂ້າມ, ຫວຽດນາມ ສືບຕໍ່ນຳເຂົ້າຢາງພາລາ, ໄມ້, ແຮ່ຈ່ານ ແລະແຮ່ທາດຈາກລາວ.

leftcenterrightdel
ພາບປະກອບ: congthuong.vn

ຄາດວ່າ 3 ເດືອນຕົ້ນປີ 2024, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸ 417,8 ລ້ານໂດລາສະຫະລັດ, ຫຼຸດລົງ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸໄດ້ 148,3 ລ້ານໂດລາສະຫະລັດ; ເພີ່ມຂຶ້ນ 16%; ການນຳເຂົ້າຂອງຫວຽດນາມ ຈາກລາວ ຄາດວ່າບັນລຸ 270 ລ້ານໂດລາສະຫະລັດ, ຫຼຸດລົງ 9,5%. 

ກ່ຽວກັບການລົງທຶນ, ປະຈຸບັນມີ 245 ໂຄງການທີ່ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ລາວ  ຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 5,5 ຕື້ໂດລາສະຫະລັດ. ໃນປີ 2023, ການລົງທຶນຂອງຫວຽດນາມ ເຂົ້າລາວ ແມ່ນ 116,6 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 65,3% ເມື່ອທຽບໃສ່ປີ 2022. ໃນທິດກົງກັນຂ້າມ, ປະຈຸບັນ, ລາວ ມີ 18 ໂຄງການລົງທຶນທີ່ພວມຜັນຂະຫຍາຍຢ່າງມີສະຖຽນລະພາບຢູ່ຫວຽດນາມ ດ້ວຍທຶນຈົດທະບຽນບັນລຸກວ່າ 110 ລ້ານໂດລາສະຫະລັດ. ວິສາຫະກິດລາວ ໄດ້ຮັບການສ້າງເງື່ອນໄຂສະດວກໃນຂະບວນການລົງທຶນ ແລະດຳເນີນທຸລະກິດຈາກອົງການເຈົ້າໜ້າທີ່ຫວຽດນາມ.

ໃຫ້ຂໍ້ສັງເກດ, ຕີລາຄາກ່ຽວກັບທ່າແຮງບົ່ມຊ້ອນ, ກໍ່ຄືຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ກົມຕະຫຼາດ ອາຊີ - ອາຟະຣິກາ ຖືວ່າ: ການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ໃນໄລຍະຈະມາເຖິງອາດຈະສືບຕໍ່ເຕີບໂຕ ໂດຍອີງຕາມພື້ນຖານການພົວພັນດ້ານການຄ້າທີ່ຕັ້ງໜ້າລະຫວ່າງສອງປະເທດ. 

ຫວ່າງມໍ່ໆມານີ້, ເພື່ອຊຸກຍູ້ການຄ້າຫວຽດນາມ - ລາວ, ກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ໄດ້ສຳເລັດບັນດາເອກະສານນິຕິກຳໃຫ້ແກ່ການພັດທະນາການຄ້າລວມມີ: 2 ກອບນິຕິກໍາສອງຝ່າຍກ່ຽວກັບການຄ້າສໍາຄັນ ນັ້ນແມ່ນສັນຍາການຄ້າຫວຽດນາມ - ລາວ ແລະສັນຍາການຄ້າຊາຍແດນຫວຽດນາມ - ລາວ; ສັນຍາການຄ້າຊາຍແດນຫວຽດນາມ - ລາວ ໄດ້ຮັບການລົງນາມໃນປີ 2015, ມີຜົນສັກສິດຮອດທ້າຍປີ 2018, ຕໍ່ກໍານົດຮອດປີ 2024. ປະຈຸບັນ, 2 ຝ່າຍສືບຕໍ່ເຈລະຈາເພື່ອປັບປຸງ ແລະເພີ່ມເຕີມສັນຍາການຄ້າ ຫວຽດນາມ - ລາວ.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກັບທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງສອງປະເທດ (ເດືອນມັງກອນ 2024). ພາບ: congthuong.vn

ພິເສດ, ວັນທີ 6 ມັງກອນ 2024, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ, ໂດຍໄດ້ຮັບການມອບສິດຈາກລັດຖະບານສອງປະເທດ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ກັບທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງສອງປະເທດ. ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍຢືນຢັນບົດບາດເປັນຂົວຕໍ່ກັບບັນດາປະເທດອາຊຽນ ແລະພາກພື້ນ; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ໝູນໃຊ້ທ່າໄດ້ປຽບ, ທ່າແຮງຂອງບັນດາແຂວງຊາຍແດນຫວຽດນາມ - ລາວ ໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນ; ເພີ່ມທະວີການພົວພັນຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດເສດຖະກິດ - ການຄ້າ, ວັດທະນະທຳ - ສັງຄົມ, ປະກອບສ່ວນຮັບປະກັນການປ້ອງກັນຊາດ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄວ້ຢ່າງໝັ້ນຄົງ ແລະພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ ຫວຽດນາມ - ລາວ.

ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນພາຍຫຼັງການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີລາວ, ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ: ສອງປະເທດຫວຽດນາມ-ລາວ ມີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນ ແລະວິສາຫະກິດ. ພິເສດ, ຫວຽດນາມ - ລາວ ກໍ່ແມ່ນສະມາຊິກຂອງອາຊຽນ, ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມື ແລະສ້າງສະພາບແວດລ້ອມທີ່ໝັ້ນຄົງໃຫ້ປະຊາຄົມວິສາຫະກິດ 2 ປະເທດ.

ເຖິງຢ່າງໃດກໍ່ຕາມ, ກະຊວງອຸດສາຫະກຳ ແລະການຄ້າ ຖືວ່າ ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະຝ່າຍ; ຄວາມສາມາດບົ່ມຊ້ອນການຮ່ວມມືໃນຂົງເຂດການຄ້າ, ການລົງທຶນແລະພະລັງງານຍັງໃຫຍ່ຫຼວງຢູ່... ໃນປີ 2024, ຫວຽດນາມ - ລາວ ຕັ້ງເປົ້າໝາຍການຊຸກຍູ້ການເຕີບໂຕວົງເງິນການຄ້າສູງ, ສູ້ຊົນເພີ່ມວົງເງິນການຄ້າລະຫວ່າງສອງປະເທດໃຫ້ໄດ້ 10-15% ເມື່ອທຽບໃສ່ປີ 2023. ສະນັ້ນ, ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຮ່ວມມືດ້ານການຄ້າລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ພິເສດແມ່ນພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີລາວ, 2 ຝ່າຍຕ້ອງຮັກສາ ແລະຍົກສູງປະສິດທິຜົນຂອງກົນໄກຮ່ວມມື; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ຊຸກຍູ້ການຮ່ວມມືລົງທຶນ ແລະການຄ້າລະຫວ່າງຫວຽດນາມ - ລາວ.

ກະຊວງອຸດສາຫະກຳ ແລະການຄ້າ ຢືນຢັນວ່າ: ຍາມໃດທາງກະຊວງກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຫວຽດນາມ ໃນການຊອກຫາ ແລະເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ ຢູ່ລາວ. ພ້ອມກັບບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັບລາວ, ກະຊວງອຸດສາຫະກຳ ແລະການຄ້າໄດ້ ແລະພວມສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະການຄ້າຊາຍແດນລະຫວ່າງ 2 ປະເທດໃຫ້ດຳເນີນໄປຢ່າງສະດວກ, ມີປະສິດທິຜົນ, ນໍຳເອົາຜົນປະໂຫຍດມາໃຫ້ວິສາຫະກິດ, ປະກອບສ່ວນເຂົ້າໃນການເຕີບໂຕດ້ານການຄ້າລະຫວ່າງ ຫວຽດນາມ ແລະ ລາວ.

ໂດຍ: ທະນາພອນ